ປ່ຽນພາບພື້ນຫລັງຂອງ GRUB Boot Loader 2.0 ໃນ lucid lynx

ກ່ອນອື່ນໝົດກໍ່ກະກຽມຮູບທີ່ຈະໃສ່ກ່ອນ (ຂະໜາດ 840*640ພິກເຊວ)
ເປີດ Terminal ຂຶ້ນມາ
ກອບປີ້ເອົາຮູບທີ່ກຽມໄວ້ໄປໄວ້ທີ່
/boot/grub
ແລະ
/usr/share/images/desktop-base
ຈາກນັ້ນກໍ່ແກ້ໄຂ Grub ໂດຍ
sudo gedit /etc/grub.d/05_debian_theme
ຊອກຫາແຖວດັ່ງລຸ່ມນີ້
WALLPAPER="/usr/share/images/desktop-base/moreblue-orbit-grub.png"
COLOR_NORMAL="black/black"
COLOR_HIGHLIGHT="magenta/black"
ແລ້ວປ່ຽນແທນແບບນີ້
WALLPAPER="/usr/share/images/desktop-base/ຊື່ຮູບທີ່ທ່ານກຽມໄວ້"
COLOR_NORMAL="white/black"
COLOR_HIGHLIGHT="white/light-gray"
ບັນທຶກ
ແລ້ວກໍ່ສັ່ງອັບເດດ
sudo update-grub
ແລ້ວໆ
ຂອບໃຈ
http://syafii.com/linux/171/how-to-change-grub-splash-image-on-lucid/

ສານອັນຕະລາຍທີ່ມີໃນຂີ້ເຫຍື້ອເອເລັກໂຕຼນິກ

ອາ​ເມີຣິຊຽມ (Americium)
ເປັນ​ທາດ​ສັງ​ເຄາະມີ​ ສັນຍາ​ລັກ​ຄື: Am ແລະ​ມີ​ເລກ​ອາ​ຕອມ 95. ເປັນ​ທາດ​ໂລຫະ​ກັມ​ມັນ​ຕະພາບ​ລັງສີ, ຖືກ​ສັງ​ເຄາະ​ ຂຶ້ນ​ໃນ​ປີ 1944.
ທາດ ອາ ເມຣິຊຽມບໍລິສຸດ ເປັນ ສີຂາວ ເງິນ ເຫຼື້ອມ ເຊິ່ງຈະ ຄ່ອຍໆ ໝອງ ລົງ ໃນ ອຸນຫະພູມ ຫ້ອງ ຂະນະ ທີ່ ອາກາດ ແຫ້ງ. ມັນ ຈະ ປ່ອຍ ລັງສີ ແກມ ມາ ຢ່າງ ຮຸນ ແຮງ ແລະ ມີ ຜົນ ກະທົບ ຕໍ່ ມະນຸດ ທີ ສຳຜັດ ມັນ.
ເປັນ​ ໂລຫະ​ໜັກທີ່​ພົບ​ເຫັນ​ໄດ້​ໃນ​ຫີນ​ທີ່​ຂຸດ​ຈາກ​ເໝືອງ, ມີ​ສັນຍາ​ລັກ​ເປັນ Hg ແລະ​ມີ​ເລກ​ອາ​ຕອມ 80. ມີ​ການ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ອຸປະກອນ​ເອ​ເລັກ​ໂຕ​ນິກຫຼາຍ​ ດ້ານ​ເຊັ່ນ: ເຄືອບ​ໂລຫະ, ສ້າງ​ເຄື່ອງ​ວັດ​ແທກ​ເທີ​​ໂມ​ມີ​ເຕີ້, ສີ…
ເປັນ​ ທາດ​ທີ່​ທຳລາຍ​ລະບົບ​ທາງ​ເດີນ​ຫາຍ​ໃຈ ​ແລະ​ເນື້ອ​ເຍື້ອ​ໃນ​ປອດ, ເກີດ​ຜົນ​ກະທົບ​ຕໍ່​ລະບົບ​ປະສາດ​ສ່ວນ​ກາງ ​ແລະ​ລະບົບ​ຂັບ​ຖ່າຍ (ທຳລາຍ​ໝາກ​ ໄຂ່ຫຼັງ).

ມາດ (Sulphur)
ມີ​ສັນຍາ​ລັກ ​ແລະ​ເລກ​ອາ​ຕອມ​ຕາມ​ລຳດັບ S 16, ເປັນ​ອະ​ໂລຫະ​ທີ່​ພົບ​ເຫັນ​ທົ່ວ​ໄປ, ບໍ່​ມີ​ລົດ​ຊາດ ຫຼື​ກິ່ນ. ນຳ​​ໃຊ້​ໃນ​ ອຸດສາຫະກຳຜະລິດ​ແບັດ​ເຕີຣີ. ເຊິ່ງ​ເປັນ​ຕົວ​ກໍ່​ໃຫ້​ເກີດ​ພາວະ​ເຮືອນ​ແກ້ວ​ໃນ​ ປັດຈຸບັນ , ພົບ ຫຼາຍ ໃນ ແບັດ ເຕີຣີ.
ເປັນ ​ທາດ​ທີ່​ມີ​ການ​ເຜົາ​ໄໝ້​ທີ່​ຮຸນ​ແຮງ, ຫາກ​ສຳຜັດ​ ຫຼື​ຮັບ​ມາດ​ເຂົ້າ​ໄປອາດ​ເຮັດ​ໃຫ້​ເກີດ​ການ​ຄັນ​ຄາຍ​ແລະ ​ເຈັບຫົວ.

PCBs
ເປັນສານ ​ເຄມີ​ທີ່​ໄດ້​ຈາກ​ການ​ສັງ​ເຄາະ Chorinate Hydrocarbon ເປັນ​ທາດ​ແຫຼວ​ທີ່​ທົນ​ຄວາມ​ຮ້ອນ​ສູງ, ແລະ​ບໍ່​ໄໝ້​ໄຟ. ໃຊ້​ໃນ​ການ​ຜະລິດ​ໝໍ້​ແປງ​ໄຟຟ້າ, ໝຶກ​ພິມ, ສານ​ຫຼໍ່​ຫຼື້​ນ…
ມີ​ຜົນ ​ກະທົບ​ຕໍ່​ສຸຂະພາບ​ເມື່ອ​ສູດ​ດົມ ຫຼື​ສຳຜັດ, ເຮັດ​ໃຫ້​ສະ​ຂະ​ພາບ​ອ່ອນ​ເພຍ ​ແລະ​ທຳລາຍ​ໂຄງ​ສ້າງ​ຂອງ​ຢີນ ​ເຮັດ​ໃຫ້​ກຳ​ມະ​ພັນ​ປ່ຽນ​ແປງ.

ແຄັດ​ມຽມ (Cadmium)
ຄື​ທາດ​ເຄມີ​ທີ່​ມີ​ ໝາຍ​ເລກ​ອາ​ຕອມ 48 ແລະ​ສັນຍາ​ລັກ​ດ້ວຍ Cd ເປັນ​ທາດ​ທີ່​ມີ​ພິດ​ ພົບ​ເຫັນ​ໃນ​ແບັດ​ເຕີ​ລີ, ໂລຫະ​ປະສົມ​ບາງ​ຊະນິດ.
ແຄັດ ​ມຽມ ¾ ໃຊ້​ສຳ​ລັບ​ຜະລິດ​ຖ່ານ​ໄຟຟ້າ, ແລະ​ສ່ວນ​ທີ່​ເຫຼືອ​ໃຊ້​ໃນ​ການ​ຜະລິດ​ສີ​ຜົງ, ສານ​ເຄືອບ​ໂລຫະ ​ແລະ​​ໃຊ້​ໃນ​ການ​ເຮັດ​ໃຫ້​ຢາງ​ປລາສຕິກ​ສະຖຽນ.
ເປັນ ​ສານ​ທີ່​ເປັນ​ພິດ​ເມື່ອ​ສູດ​ດົມ ຈະ​ຮູ້ສຶກ​ຄັນ​ຄາຍ, ເມື່ອ​ໄດ້​ຮັບ​ເຂົ້າ​ໄປ​ຫຼາຍ​ຈະ​ເຮັດ​ໃຫ້​ຄວາມ​ສາມາດ​ໃນ​ການ​ ຮັບ​ກິ່ນ​ເສຍ​ໄປ. ເມື່ອ​ເຂົ້າ​ໄປ​ມັນ​ຈະ​ໄປ​ສະ​ສົມ​ຢູ່​ໝາກ​ໄຂ່ຫຼັງ ​ແລະ​ຕັບ. ສ່ວນ​ໃຫ່ຍຈະ​ໄດ້​ຮັບ​ທາງ​ການ​ສູດ​ດົມ ​ແລະ​​ເປັນ​ໂຕ​ທຳລາຍ​ປອດ​ທີ່​ອາດ​ເຮັດ​ໃຫ້​ຕາຍ​ໄດ້​ໃນ​ທີ່​ສຸດ. ແລະ​ມັນ​ກໍ່​ເປັນສານ​ໜຶ່ງ​ທີ່​ກໍ່​ໃຫ້​ເກີດ​ມະ​ເຮັງ.

ຊືນ (Lead)
ເປັນ​ທາດ​ທີ່​ມີ​ໝາຍ​ ເລກ​ອາ​ຕອມ 82 ແລະ​ສັນຍາ​ລັກ​ດ້ວຍ Pb (ພາສາ​ລາ​ຕິນ: Plumbum) ເປັນ ​ທາດ​ເນື້ອ​ອ່ອນ​ນຸ້ມ ສາມາດ​ຍືດ​ໄດ້, ເມື່ອຕັດ​ໃໝ່ໆ ​ຂະ​ມີ​ສີຂາວ​ອົມ​ຟ້າ ​ແຕ່​ເມື່ອ​ປະຕິກິລິຍາ​ກັບ​ອາກາດ​ຈະ​ກາຍ​ເປັນ​ສີ​ຂີ້​ເຖົ່າ, ເປັນ​ສາ​ກໍ່​ ມະ​ເຮັງ​ເຊິ່ງພົບ​ຫຼາຍ​ໃນ​ລູກ​ປືນ, ໂລຫະ​ປະສົມ ​ແລະ​ແບັດ​ເຕີຣີ.
ສາມາດ​ຮັບ​ສານ​ຊືນ​ໄດ້ ​ຫຼາຍ​ທາງເຊັ່ນ: ການ​ຫາຍ​ໃຈ, ການກິນ ຫຼື​ການ​ສຳຜັດ. ຜົນ​ຈາກ​ການ​ ໄດ້​ຮັບ​ຊືນ​ຫຼາຍ​ເກີນ​ໄປ​ຄື: ເຈັບຫົວ, ເປັນ​ອຳມະພາດ, ກະວົນກະວາຍ, ຊັກ, ເລືອດ​ໄຫຼ, ທຳລາຍ​ໄຂ​ກະດູກ, ໝາກ​ໄຂ່​ຫຼັກ​ຕາຍ.

ເບີຣີລຽມ (Beryllium)
ເປັນ​ໄລ​ຫະທີ່​ມີ​ເລກ ​ອາ​ຕອມ 4 ແລະ​ສັນຍາ​ລັກ​ດ້ວຍ Be, ເປັນ​​ໂລຫະ​ ທີ່​ແຂງ ​ແຕ່​ເບົາ. ເປັນ​ທາດ​ທີ່​ ມີ​ພິດ​ເຮັດ​ໃຫ້​ເກີດ​ປອດ​ອັກ​ເສບ, ເປັນ​ໂລກຫົວ​ ໃຈ, ຫົວ​ໃຈ​ຂະຫຍາຍ​ ດ້ານ​ຂວາ, ຫາຍ​ໃຈ​ລຳບາກ ​ແລະ​ເປັນສານ​ກໍ່​ມະ​ເຮັງ. ພົບ​ເຫັນ​ໃນ​ ແຜ່ນ​ຂອງ​ຫຼອດ​ສູນຍາກາດ ​ແລະ​ຮອຍ​ຈອດ​ຕ່າງໆ.

ໂພ​ລີ​ໄວ​ນີລຄຼໍ​ ໄຣ (Polyvinyl chloride )
ຫຼື ​ເອີ້ນ​ຢ່າງ​ໜຶ່ງ​ວ່າ PVC, ເປັນ​ປຼາສ​ຕິກຊະນິດ​ໜຶ່ງ​ທີ່​​ເປັນ​ສິນຄ້າ​ຫຼາຍ​ກ່ວາ​ ເຄິ່ງໜຶ່ງ​ຂອງ​ຕະຫຼາດ​ເຄມີ. ມີ​ລັກສະນະ​ເປັນ​ຜົງ​ສີຂາວ, ເຊິ່ງອັດຕາ​ສ່ວນ​ຂອງກຼໍຫຼາຍ​ກ່ວາ 75% ພົບ ​ເຫັນ​ໄດ້​ທົ່ວ​ໄປ​ໃນ​ຜະລິດ​ຕະພັນ​ທີ່​ເປັນ​ຢາງ ​ເຊິ່ງປັດຈຸບັນ​ເພິ່ນ​ນຳ​ໃຊ້​ແທນ​ໄມ້​ຢ່າງ​ແພ່​ຫຼາຍ ​ເພາະ​ມັນ​ບໍ່​ໄໝ້​ໄຟ ​ແລະ​ທົນ​ທານ​ກ່ວາ​ໄມ້. ມີ​ໂຄງ​ສ້າງ​ໂມ​ເລ​ກຸນ​ດັ່ງຮູບ​ລຸ່ມ​ນີ້:
ເຊິ່ງ ​ເມື່ອ​ສານ​ດັ່ງກ່າວ​ເຂົ້າ​ໄປຮ່າງ​ກາຍ​ແລ້ວ​ຈະ​ມີ​ຜົນ​​ໃນ​ໄລຍະ​ຍາວ​ຄື: ຕັບ​ໃຫ່ຍ, ຕົກ​ເລືອດ​ໃນ​ປອດ, ເກີດ​ມະ​ເຮັງ ​ແລະ​ເຮັດ​ໃຫ້​ເດັກນ້ອຍ​ໃນ​ທ້ອງ​ແມ່​ພິການ​ໄດ້.

ກົ່ວ (Tin)
ເປັນ ​ທາດ​ເຄມີ​ທີ່​ມີ​ເລກ​ອາ​ຕອມ 50 ແລະ​ສັນຍາ​ລັກ​ດ້ວຍ Sn (ມາ​ຈາກ​ພາສາ​ລາ​ຕິ​ນວ່າ Stannum) ໃຊ້​ຫຼາຍ​ໃນ​ການ​ເຄືອບ​ໂລຫະ​ເພື່ອ​ປ້ອງ​ກັນ​ການ​ກັດ​ຫ້ຽນ ​ແລະ​ມີ​ຈຸດ​ຫຼອມ​ແຫຼວ​ທີ່​ຕ່ຳ.
ເຖິງ ​ມັນ​ຈະ​ເປັນ​ອັນຕະລາຍ ​ແຕ່​ຍັງ​ບໍ່​ມີ​ການ​ຄົ້ນ​ພົບ​ທີ່​ຊັດ​ເຈນ​ກ່ຽວ​ກັບ​ການ​ສະ​ສົມ​ຂອງ​ກົ່ວ ​ແຕ່​ເຄີຍ​ມີ​ປັນ​ທຶກ​ວ່າ​ມີ​ການ​ພົບ​ອາການ​ທີ່​ເກີດ​ຈາກ​ການ​ໄດ້​ຮັບ​ກົ່ວ​ ຫຼາຍ​ເກີນ​ໄປ​ຄື: ເຮັດ​ໃຫ້​ຮາກ, ຖອກທ້ອງ. ໃນ ​ຮູບ​ຂອງ​ພາວະ​ອາຍ ຫາກ​ສູດ​ດົມ​ເຂົ້າ​ໄປ​ຫຼາຍ​ຈະ​ເຮັດ​ໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ ​ແລະ​ເຮັດ​ໃຫ້​ປອດ​ອັກ​ເສບ​ໄດ້ ແລະ​ຄາດ​ວ່າ​ຈະ​ເປັນສານ​ກໍ່​ມະ​ເຮັງ​ເຊັ່ນ​ດຽວ​ກັນ.

ທອງ (Copper)
ແມ່ນ ​ທາດ​ທີ່​ເລກ​ອາ​ຕອມ 29 ເຊິ່ງສັນຍາ​ລັກ​ດ້ວຍ Cu, ເປັນ​ທາດ​ທີ່​ໃຫ້​ປະ​ໂຫຍ​ດ ມະນຸດ​ມາຍາ​ວນານ​ກ່ວາ 10000ປີ. ພົບ​ຫຼາຍ​ໃນ​ສາຍ​​ໄຟ, ທໍ່​ນ້ຳ , ເຄື່ອງ​ປັ່ນ​ໄຟ, ແມ່​ເຫຼັກ​ໄຟຟ້າ, ສະ​ວິດ​ໄຟ, ຫຼອດ​ສູນຍາກາດ, ເປັນສານ​ເຄືອບ​ເງົາ​ຂອງ​ເຊ​ລາ​ມິກ ​ແລະ​ສີ​ຂອງ​ແກ້ວ.
ຫາກ ​ສູດ​ດົມ​ເຂົ້າ​ໄປ​ຈະ​ມີ​ຜົນ​ຕໍ່​ລະບົບ​ຫາຍ​ໃຈ, ແລະ​ເຍື້ອ​ເມືອກ​ໄດ້ ​ແລະ​ເມື່ອ​ໄດ້​ຮັບ​ໄປ​ດົນ​ຈະມມີ​ການ​ສະ​ສົມ​ຢູ່​ໃນ​ປອດ. ຫາກ​ສຳຜັດ​ທາງ​ຜິວໜັງ, ຈະ​ເຮັດ​ໃຫ້​ເກີດ​ການ​ຄັນ​ຄາຍ ​ແລະ​ອາດ​ເຮັດ​ໃຫ້​ເກີດ​ການ​ອັກ​ເສບ​ຂອງ​ຜິວໜັງ​ຊຳ​ເຮື້ອ .

ອາ​ລູມີ​ນຽມ (Aluminium)
ສັນຍາ ​ລັກ​ດ້ວຍ Al ແລະ​ມີ​ເລກ​ອາ​ຕອມ​ແມ່ນ 13, ເປັນ​ໂລຫະ​ທີ່​ສາມາດ​ກົ່ງ​ງໍ​ໄດ້​ງ່າຍ ​ແລະ​ມັນ​ເຫຼື້ອມ. ມີ​ຄຸນສົມບັດ​ໃນ​ການ​ຕ້ານ​ອ໋ອກຊີ​ເດ​ຊັນ​ໄດ້​ຢ່າງ​ດີ, ແຂງ​ແຮງ ​ແລະ​ເບົາ. ໃຊ້​ໃນ​ການ​ສ້າງ​ສ່ວນ​ລຳ​ໂຕ​ຂອງ​ຍົນ, ທຼານສີສ​ເຕີ້​ຂອງ​ອຸປະກອນ​ຕ່າງໆ, ລວດ​ຊັກ​ນຳ​ໄຟຟ້າ, ຕົວ​ລະ​ບາຍ​ຄວາມ​ຮ້ອນ​ໃນ​ຄອມ​ພິວ​ເຕີ້…
ຫາກ ​ສະ​ສົມ​ໃນ​ປະລິມານ​ຫຼາຍ​ຈະ​ເຮັດ​ໃຫ້​ເກີດ​ອາການ​ຜິດ​ປົກກະຕິ​ຫຼາຍ​ດ້ານ​ ເຊັ່ນ: ກະດູກ​ບາງ, ກ້າມ​ເນື້ອ​ແຂນ​ຂາ​ລີບ, ຕິດ​ເຊື້ອ​ງ່າ​ຍ, ໝາກ​ໄຂ່ຫຼັງ​ຕາຍ, ເຮັດ​ໃຫ້​ເກີດ​ຄວາມ​ຈຳ​ເຊື່ອມ, ຫົວ​ໃຈ​ເຕັ້ນ​ບໍ່​ຖືກ​ຈັງຫວະ ​ແລະ​​ເຮັດ​ໃຫ້​ການ​ເຮັດ​ວຽກ​ຂອງ​ລະບົບ​ປະສາດ​ຜິດພາດ.

ເຫຼັກ (Iron)
ເປັນ​ທາດ​ໜຶ່ງ​ທີ່​ມີ​ ສັນຍາ​ລັກ​​ເປັນ Fe ແລະ​ໝາຍ​ເລກ​ອາ​ຕອມ 26, Fe ຫຍໍ້​ມາ​ ຈາກພາສາ​ລາ​ຕິນ Ferrum. ພົບ​ໄດ້​ທົ່ວ​ ໄປ​​ໃນ​ອຸປະກອນ​ເອ​ເລັກ​ໂຕຼນິກ.
ມັນ​ສາມາດ​ທຳລາຍ​ ເຍື້ອຫຸ້ມ​ທາງ​ເດີນ​ອາຫານ, ທຳລາຍ​ກ້າມ​ ເນື້ອ​ຫົວ​ໃຈ ​ແລະ​ຕັບ, ເຮັດ​ໃຫ້​ ຄວາມດັນ​ເລືອດ​ຕ່ຳ, ຖ່າຍ​ເປັນ​ ເລືອດ ​ແລະເຮັດ​ໃຫ້​ໝາກ​ໄຂ່ຫຼັງ​ຕາຍ.

ເຈີ​ມາ​ນຽມ (Germanium)
ສັນຍາ​ລັກ​ດ້ວຍ Ge ມີ​ລັກສະນະ​ ທັງ​ສອງດ້ານ ( ໂລຫະ ​ແລະ​ອະ​ໂລຫະ), ເປັນສານ​ທີ່​​ ໃຊ້​ຜະລິດ​ຕົວ​ກາງຊັກ​ນຳ ຫຼື​ທຼານສີສ​ເຕີ້ ​ແລະ​ເປັນ​ສ່ວນ​ປະກອບ​ຂອງ​ແຜງ​ພະລັງງານ​ແສງ​ອາທິດ (Solar Cell) ອີກ​ດ້ວຍ.

ຊີ​ລີ​ຄອນ (Silicon)
ສັນຍາ​ລັກ​ດ້ວຍ Si ແລະ​ມີ​ເລກ​ອາ​ຕອມ 14, ເປັນ​ທາດ​ທີ່​ ມີ​ຫຼາຍ​ເປັນອັນ​ດັບ​ສອງຂອງ​ທາດ​ທີ່​ມີ​ໃນ​ໂລກ. ເປັນ​ສ່ວນ​ ປະສົມ​ຂອງ​ຊີ​ລີ​ໂຄນ​ທີ່​ໃຊ້​ໃນ​ການ​ປະກອບ​ເຄື່ອງ​ເອ​ເລັກ​ໂຄຼນິກຕ່າງໆ, ນອກ​ນັ້ນ​ຍັງ​ ເປັນ​ສ່ວນ​ປະສົມ​ຂອງ​ເຫຼັກ​ກ້າ ​ແລະ​ເຫຼັກ​ທົ່ວໆ​​ໄປ.
ເປັນສານ ​ທີ່​ເຮັດ​ໃຫ້ ​ເກີດ​ວັນນະ​ໂລກຈາກ​ການ​ຫາຍ​ໃຈ​ເອົາ​ຝຸ່ນ​ຊີ​ລີ​ຄອນ​ເຂົ້າ​ໄປ ​ແລະ​ມີ​ການ​ຄົ້ນ​ພົບ​ວ່າ​ຫາກ​ສີດ​ຊີ​ລີກ​ອນ​ເຂົ້າ​ໄປ​ໃນ​ທ້ອງ​ໝູ​ຈະ​ເຮັດ​ ໃຫ້​ເກີດ​ມີ​ອາການ​ຊືມ.

ນິກ​ໂກ້ (Nickel)
ສັນຍາ​ລັກ​ດ້ວຍ Ni ແລະ​ມີ​ເລກ​ອາ ​ຕອມ​ແມ່ນ 28, ເປັນ​ໂລຫະ​ທີ່ ​ມີ​ສີຂາວ ມັນ ​ເຫຼື້ອມ. ມີ​ຄວາມ​ແຂງ ​ແຕ່​ກໍ່​ສາມາດ​ຕີ​ເປັນ​ແຜ່ນ​ໄດ້, ພົບ​ເຫັນ​ຫຼາຍ​ ໃນ​ເຫຼັກ​ບໍ່​ເປັນ​ໝ້ຽງ ( ສະ​ແຕນ​ເລດ), ເປັນສານ​ກັນ​ ໝ້ຽງ, ເປັນ​ສ່ວນ​ ປະກອບ​ຂອງ​ເຫຼັກ​ກ້າ, ຜະລິດ​​ ແຜ່ນຄວາມ​ຈຳ​ໃນ​ຫຸ່ນ​ຍົນ​ບາງ​ຊະນິດ, ຖ່ານ​ທີ່​ສາມາດ ​ສາກ​ໃໝ່​ໄດ້.
ຫາກ​ສຳຜັດ​ໂດຍ​ກົງ​ຈະ​ ເຮັດ​ໃຫ້​ພູມ​ຄຸ້ມ​ກັນ​ໃນ​ບໍລິ​ເວ​ນນັ້ນ​ເຊື່ອມ ​ແລະ​ເຮັດ​ໃຫ້​ເກີດ​ພູມ​ແພ້, ເຮັດ​ໃຫ້​ເກີດ ​ອາການ​ບວມ, ເປື່ອຍ, ເປັນ​ຜື່ນ, ອັກ​ເສບ ​ແລະ​ອາດ​ສາມາດ​ກາຍ​ເປັນ​ບາດ​ຊຳ​ເນື້ອ ​ແລະ​ອັນຕະລາຍ​​ເຖິງ​ຊີວິດ​ໄດ້. ຮູບ​ດ້ານ​ລຸ່ມ​ ສະ​ແດງມື​ທີ່​ສຳຜັດ​ກັບ​ນິກ​ໂກ້

ລີ​ທຽມ (Lithium)

ມີ ​ເລກ​ອາ​ຕອມ​ແມ່ນ 3 ແລະ​ມີສັນຍາ​ລັກ​ແມ່ນ Li, ເປັນ​ໂລຫະ​ທີ່​ອ່ອນ​ນຸ້ມ​ໃຊ້​ຫຼາຍ​ໃນ​ການ​ດູດ​ຄວາມ​ຮ້ອນ, ຖ່ານ ​ໄຟ​ສາຍ, ແກ້ວ, ເຊ​ຣາ​ມິກ, ກ້ອງ ​​ເບິ່ງ​ດາວ, ເຄື່ອງ​ດູດ​ຊັບ​ຄາຣບ​ອລ​ໃນ​ຍານ​ອາ​ວະ​ກາດ…

ຫາກ​ ເຂົ້າ​ສູ່​ຮ່າງກາຍ​ຈະ​ເຮັດ​ໃຫ້​ເລືອດ​ຕົກ​ເປັນ​ພຶກ ​ແລະອາດເຮັດ​ໃຫ້​ເລືອດ​ກ້າມ​ໄດ້.

ສັງກະສີ (Zinc)
ມີ​ໝາຍ​ເລກ​ອາ​ຕອມ​ ແມ່ນ 30 ສັນຍາ​ລັກ​ດ້ວຍ Zn, ໃຊ້​ໃນ​ການ​ ເຄືອບ​ໂລຫະ​ເພື່ອ​ປ້ອງ​ກັນ​ການ​ກັດ​ຫ້ຽນ, ເປັນ​ພາຊະນະ​ ບັນຈຸ​ຂອງ​ຖ່ານອັລຄາ​ໄລ.
ຫາກ​ຫາຍ​ໃຈ​ເຂົ້າ​ໄປ​ ເຮັດ​ໃຫ້​ເກີດ​ການ​ຄັນ​ຄາຍ, ເປັນ​ໄຂ້ ໜາວ​ສັ່ນ, ເຮັດ​ໃຫ້​ ປວດຮາກ. ຫາກ​ສຳຜັດ​ທາງ​ ຜິວໜັງ​ຈະ​ເຮັດ​ໃຫ​ເກີດ​ຜື່ນຄັນ ​ແລະ​ເຮັດ​ໃຫ້​ຜິວໜັງ​ອັກ​ເສບ​ໄດ້.

ຄຳ (Gold)
ສັນຍາ​ລັກ​ດ້ວຍ Au ແລ​ະມີ​ເລັກ​ ອາ​ຕອມ​ແມ່ນ 79, ເປັນ​ໂລຫະ​ ທຼານສີສຊັນ ມີ​ສີ​ເຫຼືອງ​ມັນ​ເຫຼື້ອມ ນຸ້ມ, ສາມາດ​ຍືດ ​ແລະ​ຕີ​ເປັນ​ແຜ່ນ​ໄດ້. ໃຊ້​ໃນ​ການ​ ຜະລິດ​ຊຸດ​ໃຫ້​ນັກ​ບິນ​ອາ​ວະ​ກາດ ​ແລະ​ແຄບ​ຊຸນ​ເພື່ອ​ປ້ອງ​ກັນ​ຈາກ​ລັງສີ, ນອກ​ນັ້ນ​ຍັງ​ ໃຊ້​ຄຳ​ໃນ​ການ​ເຄືອບ​ເຄື່ອງ​ຈັກ ​ແລະ​ອຸປະກອນ​ອື່ນໆ​ອີກ​ດ້ວຍ. ມັນ​ຍັງ​ຖືກ​ນຳ ​ມາ​ເປັນ​ຜິວ​ສຳ​ຜັດ​ຂອງ​ອຸປະກອນ​ເອ​ເລັກ​ໂຕຼນິກ​ເພາະ​ມັນ​ມີຄ່າ​ໃນ​ການ​ ຂັກນຳ​​ໄຟ​ຟ້າ​ສູງ.

ຂີ້ເຫຍື້ອຍເອລັກໂຕຼນິກ [E-Waste]

ຂີ້ເຫຍື້ອອີເລັກໂຕຼນິກ ຫຼື (e-waste) ນັ້ນມີຫຼາຍຢ່າງເຊັ່ນ: ຂີ້ເຫຍື້ອຈາກຄອມພິວເຕີ້, ອຸປະກອນເຄື່ອງສຽງ, ເຄື່ອງອຸປະກອນເພື່ອຄວາມບັນເທີງຕ່າງໆ, ໂທລະສັບມືຖື ຫຼືໂທລະສັບຕັ້ງໂຕະທີ່ໃຊ້ກັນທົ່ວໄປ ຫຼືເວົ້າແບບງ່າຍໆກໍ່ຄື: ທຸກສິ່ງທຸກຢ່າງທີ່ເປັນອຸປະກອນເອເລັກໂຕຼນິກທັງຫຼາຍທີ່ເຊື່ອມສະພາບ ບໍ່ສາມາດໃຊ້ງານໄດ້ແລ້ວກໍ່ຈະກາຍເປັນຂີ້ເຫຍື້ອເອເລັກໂຕຼນິກ.
ນິຍາມຂອງຂີ້ເຫຍື້ອເອເລັກໂຕຼນິກຕາມອົງການ WEEE (Waste Electrical and Electronic Equipment) ກຳນົດໄວ້ວ່າຂີ້ເຫຍື້ອອີເລັກໂຕຼນິກໝາຍເຖິງ:
  • ເຄື່ອງໃຊ້ໄຟຟ້າຂະໜາດໃຫ່ຍພາຍໃນບ້ານເຮືອນ (ຈັກຊັກຜ້າ, ເຕົາອົບ, ຕູ້ເຢັນ…)
  • ເຄື່ອງໃຊ້ໄຟຟ້າຂະໜາດນ້ອຍ (ເຄື່ອງປີ້ງຂະໜົມປັງ, ເຕົາລີດ, ເຄື່ອງດູດຝຸ່ນ…)
  • ເຄື່ອງມືສື່ສານ ແລະເຄື່ອງໃຊ້ໃນສຳນັກງານຫ້ອງການ (ໂທລະສັບ, ຄອມພິວເຕີ້…)
  • ອຸປະກອນໃຫ້ຄວາມບັນເທີງ (ໂທລະພາບ, ວິທະຍຸ, ເຄື່ອງຫຼີນຊີດີ…)
  • ອຸປະກອນໃຫ້ແສງສະຫວ່າງ (ດອກໄຟຊະນິດຕ່າງໆສ່ວນໃຫ່ຍແມ່ນຫຼອດໄຟຟຼູອໍເຣນເຊັນ)
  • ອຸປະກອນໄຟຟ້າ (ພັດລົມ, ສະຫວ່ານ…)
  • ອຸປະກອນກິລາ (ເຄື່ອງອອກກຳລັງກາຍທີ່ມີຈໍວັດແທກຕ່າງໆ)
  • ເຄື່ອງມື ແລະອຸປະກອນທາງການແພດ
  • ອຸປະກອນກວດເຊັກຕ່າງໆ (ກວດເຊັກລະບົບໄຟ…)
  • ລະບົບຈ່າຍອັດຕະໂນມັດ (ຕູ້ຂາຍບັດອັດຕະໂນມັດ…)
  • ເຄື່ອງມືເຄື່ອງໃຊ້ໃນໂຮງງານ
  • ສິ່ງເສດເຫຼືອຈາກຂະບວນການຜະລິດ (ເສດສ່ວນຂອງແຜງວົງຈອນຕ່າງໆ

online multi msn accounts at the same time

ວິທີການເຮັດໃຫ້ WLM ສາມາດລົງຊື່ (sign in) ໄດ້ຫລາຍທີ່ຢູ່ໃນຄອມເຄື່ອງດຽວກັນ

run>regedit>enter

ເຂົ້າໄປທີ່
HKEY_LOCAL_MACHINE > Software > Microsoft > Windows Live > Messenger

click ຂວາ new > DWORD Value
ຫ້ອງ Value Name ໃສ່ Multiplelnstances
ຫ້ອງ Value Data ໃສ່ 1
ກົດ ok

ທົດລອງລົງຊື່ເຂົ້າ (ຫລັງຈາກລົງຊື່ບັນຊີທຳອິດແລ້ວ ກໍ່ເຂົ້າໄປເປີດໂປຼແກຼມ WLM ອີກ ແລ້ວລົງຊື່ຕາມປົກກະຕິ)

ຫລືມັກແບບສະບາຍກະໂຫຼດເອົາໂຕທີ່ເປັນໄຟລ໌ .reg ທີ່ທ່ານ ezboy [laozaa's member] upload ໄວ້
http://laoupload.com/AQOAXGNOE802/Messenger_Multiple_Accounts.reg.html
credit : http://www.techfz.com/2009/01/05/%E0%B9%80%E0%B8%9B%E0%B8%B4%E0%B8%94%E0%B9%80%E0%B8%AD%E0%B9%87%E0%B8%A1%E0%B9%80%E0%B8%A5%E0%B9%88%E0%B8%99%E0%B9%80%E0%B8%AD%E0%B9%87%E0%B8%A1%E0%B8%AB%E0%B8%A5%E0%B8%B2%E0%B8%A2%E0%B8%8A%E0%B8%B7/ 
&& laozaa.com

Development Project (ໂຄງການພັດທະນາ)

Development Project (ໂຄງການພັດທະນາ)
ໝາຍເຖິງໂຄງການໃດໜຶ່ງທີ່ຈັດຕັ້ງປະຕິບັດແລ້ວ ສາມາດປັບປຸງຊີວິດການເປັນຢູ່ໃຫ້ກັບປະຊາຊົນໃຫ້ດີຂຶ້ນກ່ວາເກົ່າ ຫຼືຢ່າງໜ້ອຍສຸດຕ້ອງເທົ່າເກົ່າ.

Cleaner Production (ການຜະລິດທີ່ສະອາດ)

Cleaner Production (ການຜະລິດທີ່ສະອາດ)
ໃນນີ້ບໍ່ໄດ້ໝາຍຄວາມເຖິງການຜະລິດທີ່ປາສະຈາກເຊື້ອໂຣກໃດໆ ແຕ່ໝາຍເຖິງການຜະລິດທີ່ດຳເນີນໄປດ້ວຍເຕັກນິກວິຊາການຕ່າງໆ ທີ່ເຮັດໃຫ້ການຜະລິດນຳໃຊ້ຕົ້ນທຶນໜ້ອຍທີ່ສຸດ ແຕ່ໄດ້ຮັບຜົນຜະລິດຫຼາຍທີ່ສຸດ ແລະປ່ອຍສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມໜ້ອຍທີ່ສຸດ ໂດຍອາດຈະຕ້ອງໄດ້ປັບປ່ຽນດັດແປງຂະບວນການຜະລິດ ຫຼືປ່ຽນແປງເຄື່ອງຈັກໃນການຜະລິດກໍ່ເປັນໄດ້. ການຜະລິດທີ່ສະອາດ ເປັນທາງເລືອກທີ່ສ້າງຂຶ້ນມາພົບກັນເຄິ່ງທາງລະຫ່ວາງນາຍທຶນ ແລະນັກອະນຸລັກ, ນາຍທຶນເອງກໍ່ສາມາດຫຼຸດຕົ້ນທຶນ ແລະນັ້ນໝາຍເຖິງສາມາດເພີ່ມກຳໄລໃຫ້ກັບຕົນເອງ. ໃນຂະນະດຽວກັນ, ກໍ່ເປັນການຮັກສາສິ່ງແວດລ້ອມໄປພ້ອມໆກັນ.

Environment Impact Assessment [EIA]

ໝາຍເຖິງການສຶກສາສິ່ງທີ່ມີຢູ່ໃນປັດຈຸບັນໃນດ້ານຕ່າງໆເຊັ່ນ: ສິ່ງທີ່ມີຊີວິດ (ສັດ, ພືດ, ຄົນ), ສິ່ງແວດລ້ອມທາງກາຍະພາບ (ດິນ, ນ້ຳ, ສະພາບພູມສັນຖານ), ສິ່ງແວດລ້ອມທາງສັງຄົມ (ວັດທະນາທຳ, ຮີດຄອງປະເພນີ, ວາດການດຳລົງຊີວິດ…) ໃນນັ້ນລວມທັງເປັນການສຶກສາເສດຖະກິດໃນຂົງເຂດໂຄງການອີກດ້ວຍ ເພື່ອນຳໄປສູ່ການຊອກຫາວິທີທາງ, ບັນດາທາງເລືອກໃນການຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ກໍ່ຄືປະຊາຊົນທີ່ອາໄສໃນຂົງເຂດດັ່ງກ່າວ.