- ໃຊ້ບໍລິການເຊື່ອງ IP ທີ່ມີທັງທີ່ໃຫ້ບໍລິການຟຼີ ແລະ ເສຍເງິນ (ແຕ່ສ້ວນໃຫ່ຍຈະແມ່ນໂຕທາງຫຼັງຫຼາຍກ່ວາ)
- ໃຊ້ໂປຼແກຼມ Freegate ທີ່ເປັນທີ່ນິຍົມຫຼາຍປັດຈຸບັນ ນອກນັ້ນກໍ່ມີ ultrasulf, tor network ຫາກທ່ານຕ້ອງການໂຕໂປຼແກຼມ ສາມາດຕິດຕໍ່ຂ້າພະເຈົ້າໄດ້ lanuxos@gmail.com
- ເຂົ້າຜ່ານຫນ້າເວບ chinoxy.com
- ໃຊ້ ແອດອອນ [addon] ຂອງ ບຼາວເຊີ້ Firefox ທີ່ຊື່ວ່າ cocoon
- ເຂົ້າຜ່ານເວບ vtunnel.com OR http://www.ninjacloak.com/
Facebook in China and others litmited country
ຫາກທ່ານຕ້ອງການທີ່ຈະນຳໃຊ້ ເຟສ໌ບຸກຄ໌ ໃນບັນດາປະເທດທີ່ປິດກັ້ນສາມາດໃຊ້ວິທີຕ່າງໆດັ່ງລຸ່ມນີ້:
ເພີ່ມ Thunderbird ເຂົ້າໃນແຖບເຕືອນຂໍ້ຄວາມໃນອູບຸນຕູແບບງ່າຍໆ
ໃຜທີ່ຕິດ Thunderbird ງອມງຽມແບບຖອນໂຕບໍ່ຂຶ້ນນັ້ນ ຄົງຈະປະຕິເສດບໍ່ໄດ້ທີ່ຢາກໃຫ້ Thunderbird ເປັນຕົວເຕືອນຂໍ້ຄວາມເທິງພາເນວ ແທນທີ່ຈະເປັນ evolution , ມື້ນີ້ ຂພຈ ໄປເຫັນແອດອອນຂອງ Thunderbird ທີ່ເພີ່ມ Thunderbird ໂຕເກັ່ງຂອງເຮົາເຂົ້າໃນແຖບເຕືອນຂໍ້ຄວາມ ທີ່ມີນາມວ່າ indicators for thunderbird
credit ==> omgubuntu.co.uk
ປ້າຍສະຫຼາກ
computer,
linux,
thunderbird,
ubuntu
ກວດສອບ 10 ອັນດັບຄຳສັ່ງທີ່ໃຊ້ຫລາຍທີ່ສຸດໃນ terminal
ການກວດສອບ 10 ອັນດັບຄຳສັ່ງທີ່ໃຊ້ຫລາຍທີ່ສຸດໃນ terminal
ຫາກທ່ານເປັນຄົນໜຶ່ງທີ່ມັກຄຸກຄີຢູ່ກັບ terminal ແທນທີ່ຈະໃຊ້ເມົ້າສ໌ຄຼິກໆ ແລະຕ້ອງການຢາກຈະຮູ້ວ່າທ່ານເອງໃຊ້ຄຳສັ່ງໃດໄປຫຼາຍທີ່ສຸດກໍ່ພຽງແຕ່ໃຊ້ຄຳສັ່ງດັ່ງລຸ່ມນີ້ໃນ terminal ເຊັ່ນເຄີຍ…
history | awk ‘{print $2}’ | sort | uniq -c | sort -rn | head -10ປລ. ທ່ານສາມາດເພິ່ມຈຳນວນຄຳສັ່ງທີ່ຕ້ອງການ ເຊັ່ນ: ຫາກທ່ານຕ້ອງການຈະເບິ່ງ 20 ອັນດັບທີ່ທ່ານໃຊ້ຫລາຍທີ່ສຸດກໍ່ພຽງ ປ່ຽນເລກ 10 ເປັນ 20 (ທ້າຍແຖວ)
ຂອບໃຈແຫຼ່ງຂໍ້ມູນດີໆ ຈາກ OMGUBUNTU.co.uk
Gmail animations notification
ຊ່ວງນີ້ຍັງເປັນຊ່ວງພັກຮຽນຢູ່ ກະເລີຍບໍ່ມີຫຍັງໃຫ້ເຮັດຫລາຍ
ເຫັນຫລາຍຄົນມັກໃຊ້ Gmail ກະເລີຍເອົາໂຕເຕືອນເມວທີ່ເປັນ animation ກວນໆມາໃຫ້ໃຊ້ກັນ
ສິ່ງທີ່ຕ້ອງກະກຽມກ່ອນ:
1. ກຽມຈິດກຽມໃຈໃຫ້ພ້ອມ (ເພາະເມື່ອມີ ເມວ ເຂົ້າມັນຈະຮົກຕາ)
2. ໃນບົດຄວາມນີ້ ຂພຈ ໃຊ້ ອູບຸນຕູ 10.04
3. adobe air [ຫາໂຫລດໄດ້ຈາກ software centre]
5. ຖ້າຍັງບໍ່ຈຸໃຈ ເອນິເມຊັນ ທີ່ຕິດມານຳໂປຼແກຼມ (ທີ່ມີພຽງ 4 ຕົວເລືອກ) ສາມາດດາວໂຫລດມາລົງຕື່ມໄດ້ ຕາມໃຈປາຖະໜາ ຈາກ http://home.b2labs.com/animations
ເຂົ້າຫາໂປຼແກຼມໄດ້ທີ່ applications > accessorriesຫລືທ່ານສາມາດປັບໃຫ້ມັນ auto start ໄດ້ເຊັ່ນກັນ
ທ່ານສາມາດປັບຕັ້ງຄ່າຕ່າງໆ ໄດ້ຈາກ ຄຼິກຂວາ notification panel > options ເຊັ່ນ: ເວລາທີ່ຕ້ອງການໃຫ້ໂປຼແກຼມກວດເມວໃຫມ່, ເວລາທີ່ຈະໃຫ້ເອນິເມຊັນສະແດງດົນປານໃດ ແລະອື່ນໆ
ສຳລັບວິທີການຕິດຕັ້ງ ເອນິເມຊັຮເພິ່ມນັ້ນ ໃຫ້ທ່ານ ຄຼິກຂວາ notification panel > options > animation > install animation... ແລ້ວເລືອກເອນິເມຊັນທີ່ທ່ານໂຫລດມາ.
ນອນຈາກນັ້ນ ທ່ານຍັງສາມາດປ່ຽນສຽງ ຕາມທີ່ທ່ານຕ້ອງການໄດ້ ໂດຍໝາຍ ***ຖືກ*** ໃສ່ໜ້າ use custom sound ແລ້ວເລືອກສຽງທີ່ຕ້ອງການ
ປລ. ທ່ານສາມາດໃຊ້ໃນ Ms windows ໄດ້ ແລະແນ່ນອນໃຊ້ຄູ່ກັບ adobeair ອີກເຊັ່ນເຄີຍ
ຂອບໃຈ ::: omgubuntu.co.uk
GIMPBox on ubuntu
ມີຫຼາຍໆ ທ່ານທີ່ໃຊ້ Gimp ເຊິ່ງເປັນໂປຼແກຼມຕົກແຕ່ງພາບທີ່ຮູ້ຈັກກັນແພ່ຫຼາຍໃນຝັ່ງຂອງລີນຸກ, ເວົ້າໄດ້ວ່າເປັນ ໂຟໂຕ້ຊອບ ຂອງລີນຸກເລີຍກໍ່ວ່າໄດ້. ແຕ່ທີ່ຫຼາຍຄົນຍັງບໍ່ມັກກໍ່ຄື ໜ້າຕ່າງຂອງໂປຼແກຼມທີ່ແຍກອອກຈາກກັນເປັນອິດສະຫຼະ (ໜ້າສະແດງພາບ, ໜ້າກ່ອງເຄື່ອງມື ແລະໜ້າສະແດງພາເນວ ຕ່າງໆ) ແລະມັນເຮັດໃຫ້ຍາກແກ່ການໃຊ້ງານເວລາມີຫັຍງມາບັງເອົາໄວ້ (ໂຕເອງນີ້ລະ). ເຊິ່ງກໍ່ຕ້ອງຂອບໃຈໂຄງການດີໆ ທີ່ເຮັດໃຫ້ທັງ 3 ສ່ວນລວມຕົວກັນເປັນໜ້າຕ່າງດຽວ ທີ່ມີຊື່ວ່າ ‘Gimpbox’ .
ເຊິ່ງມັນເຮັດວຽກກັບເວີຊັນ 2.6.10 ແລະລຸ້ນກ່ອນໆ, ເຊິ່ງພຽງແຕ່ທ່ານດາວໂຫຼດ ສະຄຣິບ ໂດຍໃຊ້ຄຳສັ່ງ
sudo wget http://gimpbox.googlecode.com/hg/gimpbox.py -O /usr/local/bin/gimpbox
ມັນກໍ່ຈະດາວໂຫລດໄຟລ໌ໄປເກັບໄວ້ໃນ /usr/local/bin/ ແລະອີກເທື່ອໜຶ່ງ ຫຼັງຈາກດາວໂຫຼດແລ້ວໆ ກໍ່ຕ້ອງເຮັດໃຫ້ມັນ excute ໄດ້ໂດຍໃຊ້ຄຳສັ່ງ
sudo chmod +x /usr/local/bin/gimpbox
ຫຼັງຈາກນັ້ນທ່ານສາມາດເປີດໂປຼແກຼມໄດ້ໂດຍທາງຄຳສັ່ງຣັນຄື:
ກົດ ALT + F2 ແລ້ວພິມ gimpbox ກົດ ເອັນເຕີ້, ຫຼືສາມາດເຂົ້າໄປແປງ shortcut ທີ່ເຂົ້າສູ່ໂປຼແກຼມໄດໂດຍ ໄປທີ່
System > Preferences > Main Menu > Graphics (ໃນຊ່ອງດ້ານຊ້າຍ) > ກົດເມົ້າໃສ່ ‘GIMP Image Editor’ ແລ້ວກົດປຸ່ມ ‘Properties’ ສຸດທ້າຍ, ແທນທີ່ຄຳ ‘gimp’ ດ້ວຍ ‘gimpbox’
ຂອບໃຈທາງ www.omgubuntu.co.uk ທີ່ໃຫ້ຂໍ້ມູນດີໆ
ປ້າຍສະຫຼາກ
ubuntu
Subscribe to:
Posts (Atom)