Facebook in China and others litmited country

ຫາກທ່ານຕ້ອງການທີ່ຈະນຳໃຊ້ ເຟສ໌ບຸກຄ໌ ໃນບັນດາປະເທດທີ່ປິດກັ້ນສາມາດໃຊ້ວິທີຕ່າງໆດັ່ງລຸ່ມນີ້:
  1. ໃຊ້ບໍລິການເຊື່ອງ IP ທີ່ມີທັງທີ່ໃຫ້ບໍລິການຟຼີ ແລະ ເສຍເງິນ (ແຕ່ສ້ວນໃຫ່ຍຈະແມ່ນໂຕທາງຫຼັງຫຼາຍກ່ວາ)
  2. ໃຊ້ໂປຼແກຼມ Freegate ທີ່ເປັນທີ່ນິຍົມຫຼາຍປັດຈຸບັນ ນອກນັ້ນກໍ່ມີ ultrasulf, tor network ຫາກທ່ານຕ້ອງການໂຕໂປຼແກຼມ ສາມາດຕິດຕໍ່ຂ້າພະເຈົ້າໄດ້ lanuxos@gmail.com
  3. ເຂົ້າຜ່ານຫນ້າເວບ chinoxy.com 
  4. ໃຊ້ ແອດອອນ [addon] ຂອງ ບຼາວເຊີ້ Firefox ທີ່ຊື່ວ່າ cocoon
  5. ເຂົ້າຜ່ານເວບ vtunnel.com OR http://www.ninjacloak.com/
 3,4,5 ແມ່ນອ່ານເຫັນໃນເວບ www.laozaa.com

ເພີ່ມ Thunderbird ເຂົ້າໃນແຖບເຕືອນຂໍ້ຄວາມໃນອູບຸນຕູແບບງ່າຍໆ


ໃຜທີ່ຕິດ Thunderbird ງອມງຽມແບບຖອນໂຕບໍ່ຂຶ້ນນັ້ນ ຄົງຈະປະຕິເສດບໍ່ໄດ້ທີ່ຢາກໃຫ້ Thunderbird ເປັນຕົວເຕືອນຂໍ້ຄວາມ​​ເທິງພາເນ ແທນທີ່ຈະເປັນ evolution , ມື້ນີ້ ຂພຈ ໄປເຫັນແອດອອນຂອງ Thunderbird ທີ່ເພີ່ Thunderbird ໂຕເກັ່ງຂອງເຮົາເຂົ້າໃນແຖບເຕືອນຂໍ້ຄວາມ ທີ່ມີນາມວ່າ indicators for thunderbird
ຫາ download ໄດ້ທີ່ https://addons.mozilla.org/en-US/thunderbird/user/4643247/

credit ==> omgubuntu.co.uk

ກວດ​ສອບ 10 ອັນ​ດັບ​ຄຳ​ສັ່ງ​ທີ່​ໃຊ້​ຫລາຍ​ທີ່​ສຸດ​ໃນ terminal


ການກວດສອບ 10 ອັນດັບຄຳສັ່ງທີ່ໃຊ້ຫລາຍທີ່ສຸດໃນ terminal
ຫາກທ່ານເປັນຄົນໜຶ່ງທີ່ມັກຄຸກຄີຢູ່ກັບ terminal ​ແທນທີ່ຈະໃຊ້ເມົ້າສ໌ຄຼິກໆ ແລະຕ້ອງການຢາກຈະຮູ້ວ່າທ່ານເອງໃຊ້ຄຳສັ່ງໃດໄປຫຼາຍທີ່ສຸດກໍ່ພຽງແຕ່ໃຊ້ຄຳສັ່ງດັ່ງລຸ່ມນີ້ໃນ terminal ​ເຊັ່ນເຄີຍ
history | awk ‘{print $2}’ | sort | uniq -c | sort -rn | head -10
ປລ. ທ່ານສາມາດເພິ່ມຈຳນວນຄຳສັ່ງທີ່ຕ້ອງການ ເຊັ່ນ: ຫາກທ່ານຕ້ອງການຈະເບິ່ງ 20 ອັນດັບທີ່ທ່ານໃຊ້ຫລາຍທີ່ສຸດກໍ່ພຽງ ປ່ຽນເລກ 10 ​ເປັນ 20 (ທ້າຍແຖວ)

ຂອບໃຈແຫຼ່ງຂໍ້ມູນດີໆ ຈາກ OMGUBUNTU.co.uk

Gmail animations notification


ຊ່ວງນີ້ຍັງເປັນຊ່ວງພັກຮຽນຢູ່ ກະເລີຍບໍ່ມີຫຍັງໃຫ້ເຮັດຫລາຍ

ເຫັນຫລາຍຄົນມັກໃຊ້ Gmail ກະເລີຍເອົາໂຕເຕືອນເມວທີ່ເປັນ animation ກວນໆມາໃຫ້ໃຊ້ກັນ

ສິ່ງທີ່ຕ້ອງກະກຽມກ່ອນ:
1.      ກຽມຈິດກຽມໃຈໃຫ້ພ້ອມ (ເພາະເມື່ອມີ ເມວ ເຂົ້າມັນຈະຮົກຕາ)
2.      ໃນບົດຄວາມນີ້ ຂພຈ ໃຊ້ ອູບຸນຕູ 10.04
3.      adobe air [ຫາໂຫລດໄດ້ຈາກ software centre]
4.      ຕົວຕິດຕັ້ງ ຂອງ [b2] Gmail Notifier ໂຫລດໄດ້ຈາກ http://home.b2labs.com/node/31
5.      ຖ້າຍັງບໍ່ຈຸໃຈ ເອນິເມຊັນ ທີ່ຕິດມານຳໂປຼແກຼມ (ທີ່ມີພຽງ 4 ຕົວເລືອກ) ສາມາດດາວໂຫລດມາລົງຕື່ມໄດ້ ຕາມໃຈປາຖະໜາ ຈາກ http://home.b2labs.com/animations

ເຂົ້າຫາໂປຼແກຼມໄດ້ທີ່ applications > accessorriesຫລືທ່ານສາມາດປັບໃຫ້ມັນ auto start ໄດ້ເຊັ່ນກັນ
ທ່ານສາມາດປັບຕັ້ງຄ່າຕ່າງໆ ໄດ້ຈາກ  ຄຼິກຂວາ notification panel > options ເຊັ່ນ: ເວລາທີ່ຕ້ອງການໃຫ້ໂປຼແກຼມກວດເມວໃຫມ່, ເວລາທີ່ຈະໃຫ້ເອນິເມຊັນສະແດງດົນປານໃດ ແລະອື່ນໆ
ສຳລັບວິທີການຕິດຕັ້ງ ເອນິເມຊັຮເພິ່ມນັ້ນ ໃຫ້ທ່ານ ຄຼິກຂວາ notification panel > options > animation > install animation... ແລ້ວເລືອກເອນິເມຊັນທີ່ທ່ານໂຫລດມາ.
ນອນຈາກນັ້ນ ທ່ານຍັງສາມາດປ່ຽນສຽງ ຕາມທີ່ທ່ານຕ້ອງການໄດ້ ໂດຍໝາຍ ***ຖືກ*** ໃສ່ໜ້າ use custom sound ແລ້ວເລືອກສຽງທີ່ຕ້ອງການ
ເບິ່ງວີດີໂອ ຕົວຢ່າງໄດ້ທີ່ http://www.youtube.com/watch?v=4bObrMDuqzc&feature=player_embedded
ປລ. ທ່ານສາມາດໃຊ້ໃນ Ms windows ໄດ້ ແລະແນ່ນອນໃຊ້ຄູ່ກັບ adobeair ອີກເຊັ່ນເຄີຍ
ຂອບໃຈ ::: omgubuntu.co.uk

GIMPBox on ubuntu


ມີຫຼາຍໆ ທ່ານທີ່ໃຊ້ Gimp ເຊິ່ງເປັນໂປຼແກຼມຕົກແຕ່ງພາບທີ່ຮູ້ຈັກກັນແພ່ຫຼາຍໃນຝັ່ງຂອງລີນຸກ, ເວົ້າໄດ້ວ່າເປັນ ໂຟໂຕ້ຊອບ ຂອງລີນຸກເລີຍກໍ່ວ່າໄດ້. ແຕ່ທີ່ຫຼາຍຄົນຍັງບໍ່ມັກກໍ່ຄື ໜ້າຕ່າງຂອງໂປຼແກຼມທີ່ແຍກອອກຈາກກັນເປັນອິດສະຫຼະ (ໜ້າສະແດງພາບ, ໜ້າກ່ອງເຄື່ອງມື ແລະໜ້າສະແດງພາເນວ ຕ່າງໆ) ແລະມັນເຮັດໃຫ້ຍາກແກ່ການໃຊ້ງານເວລາມີຫັຍງມາບັງເອົາໄວ້ (ໂຕເອງນີ້ລະ). ເຊິ່ງກໍ່ຕ້ອງຂອບໃຈໂຄງການດີໆ ທີ່ເຮັດໃຫ້ທັງ 3 ສ່ວນລວມຕົວກັນເປັນໜ້າຕ່າງດຽວ ທີ່ມີຊື່ວ່າ ‘Gimpbox’ .
ເຊິ່ງມັນເຮັດວຽກກັບເວີຊັນ 2.6.10 ແລະລຸ້ນກ່ອນໆ, ເຊິ່ງພຽງແຕ່ທ່ານດາວໂຫຼດ ສະຄຣິບ ໂດຍໃຊ້ຄຳສັ່ງ
sudo wget http://gimpbox.googlecode.com/hg/gimpbox.py -O /usr/local/bin/gimpbox
ມັນກໍ່ຈະດາວໂຫລດໄຟລ໌ໄປເກັບໄວ້ໃນ /usr/local/bin/ ແລະອີກເທື່ອໜຶ່ງ ຫຼັງຈາກດາວໂຫຼດແລ້ວໆ ກໍ່ຕ້ອງເຮັດໃຫ້ມັນ excute ໄດ້ໂດຍໃຊ້ຄຳສັ່ງ
sudo chmod +x /usr/local/bin/gimpbox
ຫຼັງຈາກນັ້ນທ່ານສາມາດເປີດໂປຼແກຼມໄດ້ໂດຍທາງຄຳສັ່ງຣັນຄື:
ກົດ ALT + F2 ແລ້ວພິມ gimpbox ກົດ ເອັນເຕີ້, ຫຼືສາມາດເຂົ້າໄປແປງ shortcut ທີ່ເຂົ້າສູ່ໂປຼແກຼມໄດໂດຍ ໄປທີ່ 
System > Preferences > Main Menu > Graphics (ໃນຊ່ອງດ້ານຊ້າຍ) > ກົດເມົ້າໃສ່ ‘GIMP Image Editor’ ແລ້ວກົດປຸ່ມ ‘Properties’ ສຸດທ້າຍ, ແທນທີ່ຄຳ ‘gimp’ ດ້ວຍ ‘gimpbox’
ປລ. ຫາກທ່ານບໍ່ສາມາດນຳໃຊ້ສະຄຣິບດັ່ງກ່າວໄດ້ ໃຫ້ທ່ານກວດເບິ່ງວ່າທ່ານລົງ  python-wnck ແລ້ວຫຼືຍັງ
ຂອບໃຈທາງ www.omgubuntu.co.uk ທີ່ໃຫ້ຂໍ້ມູນດີໆ

skype free call 60mns

ຢືມຂອງເພິ່ນມາແປະໄວ້ປະດັບບລ໋ອກ ຕາມໄປເລີຍ