Windows 8 tips and tricks | ສາລະໜ້າຮູ້ກ່ຽວກັບວິນໂດ້ 8



#Start Menu Folder 
ເປັນ Folder ທີ່ບັນຈຸໄຟລ໌ shortcut.lnk ຕ່າງໆ ນັ້ນໝາຍຄວາມວ່າເຮົາສາມາດສະແດງ ໄຟລ໌ shortcut.lnk ທີ່ຕ້ອງການໃນໜ້າຫຼັກ (ໃນນີ້ກໍ່ຄື Start Menu ຂອງວິນໂດຄູ່ໃນຂອງເຮົານັ້ນເອງ) ໄດ້. ໂດຍນຳໄຟລ໌ shortcut.lnk ທີ່ຕ້ອງການໃຫ້ປາກົດເທິງໜ້າຫຼັກໄປວາງໄວ້ໃນນີ້:

C:\ProgramData\Microsoft\Windows\Start Menu\Programs

#Start Button 
ຫາຍໄປໃສ? ມັນບໍ່ໄດ້ຫາຍດອກ, ບໍ່ເຊື່ອເອົາເມົ້າໄປກົດທີ່ແຈລຸ່ມຊ້າຍເບິ່ງ...ນັ້ນແຫຼະ...

#Running App  
ຢາກຮູ້ວ່າມີແອພ໌ແບບ Modern ໃດແດ່ທີ່ເຮັດວຽກຢູ່່ໃນຂະນະນັັ້ນ, ເອົາເມົ້າໄປຈຶ້ງໃສ່ແຈຂວາ-ເທິງແລ້ວເລື່ອນລົງ (ຫາກກົດເມົ້າຈະເປັນການສະຫຼັບແອບທີ່ໃຊ້ລ່າສຸດ) ຈະສະແດງແອພ໌ທີ່ເປີດຢູ່ ແລະ ສາມາດເລືອກສະຫຼັບໂປຼແກຼມໄດ້ເລີຍ.

#Quick access menu   
ທາງລັດສູ່ສະຫວັນຂອງ User ຢ່າງໄທເຮົາເຈົ້າຂ້ອຍ, ໂດຍການກົດເມົ້າຂວາທີ່ມຸມແຈດ້ານຊ້າຍ-ລຸ່ມ ຫຼື ງ່າຍໆ ດ້ວຍການກົດ Win + X ແລ້ວມັນກໍ່ຈະສະແດງທາງລັດສູ່ຫົວຂໍ້ຕ່າງໆ ບໍ່ວ່າຈະເປັນ Device Manager, Control Panel, Explorer, the Search dialog ແລະອື່ນໆ.

#App bar  
ເປີດຕົວເລືອກຂອງໂປຼແກຼມແບບ Modern, ໂດຍການກົດ Win + Z ຫຼື ກົດເມົ້າຂວາກໍ່ໄດ້ເຊັ່ນດຽວກັນ.

#Closing App  
ການປິດໂປຼແກຼມແບບ Modern ມີຫຼາຍໆ ຄົນອາດຈະງົງໆ ກັບກັບມັນຢູ່ບໍ່ໜ້ອຍ, ສ່ວນວິທີກໍ່ງ່າຍໆ ພຽງແຕ່ໃຊ້ເມົ້າດຶງຂອບເທິງສຸດຂອງໜ້າຕ່າງ ລົງດ້າຍລຸ່ມແລ້ວປ່ອຍ ຫຼື ເອົາແບບທີ່ເຮົາໃຊ້ກັນເລື້ອຍໆ ກໍ່ຄືການກົດ Alt + F4 ກໍ່ສາມາດປິດການເຮັດວຽກຂອງມັນໄດ້ເຊັ່ນກັນ.

#Internet Explorer
ໃນ Internet Explorer ຫາກເປີດຫຼາຍໆ ໜ້າແລ້ວ, ຫາກທ່ານຫາມັນບໍ່ເຫັນ ສາມາດກົດເມົ້າຂວາ ແລ້ວທ່ານຈະເຫັນມັນລຽນກັນ ສ່າຍລ່າຍ ຢູ່ດ້ານເທິງ, ກໍ່່ກົດເລືອກໜ້າທີ່ຕ້ອງການໄດ້ຕາມບາຍ...

# Setting bar  
ໜ້າຕັ້ງຄ່າ, ຈຶ້ງເມົ້າໄວ້ດ້ານຂວາ-ເທິງ/ລຸ່ມ (ໄດ້ໝົດແຫລະ!) ຂອງໜ້າຈໍ ແປ໋ບໜຶ່ງມັນກໍ່ຈະສະໄລ້ອອກມາໃຫ້ທ່ານເລືອກໃຊ້ໄດ້ຕາມສະດວກ ແລະ ແນ່ນອນວ່າມີປຸ່ມລັດຄື: Win + I.

#Log in automatically  
ລ໋ອກອິນ ໂອໂຕ້, ຫາກທ່ານເປັນຄົນໜຶ່ງທີ່ບໍ່ມີຫັຍງທີ່ຈະປິດບັງ ແລະ ຄ້ານມານັ່ງກົດເພື່ຶອເຂົ້າໜ້າວິນໂດ, ກໍ່ສາມາດຕັ້ງຄ່າໃຫ້ຄອມ ລ໋ອກອິນເຂົ້າແບບໂອໂຕ້ໄດ້ດ້ວຍການ
Run > netplwiz > ກົດ Enter
ເອົາເຄື່ອງໝາຍຢູ່ໜ້າ  "Users must enter a user name and password to use this computer" ອອກແລ້ວກໍ່ກົດ OK.

#ປຸ່ມລັດຫັນສາ Windows 8

Win                 : ສະຫຼັບໄປມາ (ຈົນລາຍຕາ) ລະຫວ່າງໜ້າຫຼັກ ແລະ ໂປຼແກຼມທີ່ເປີດລ້າສຸດ, ຫາກບໍ່ມີກໍ່ຈະເຂົ້າມາໃນໂໝດ Desktop
Win + C          : ສະແດງໜ້າ CHARMS (ຢາກຮູ້ວ່າແມ່ນຫັຍງລອງກົດເບິ່ງເນີ້...ທີ່ ປະແລ໋ບ ອອກມານັ້ນແຫລະ...)
Win + D          : ພັບທຸກໂປຼແກຼມລົງ (Minimize), ໃຊ້ໃນໂໝດ Desktop
Win + E          : ເປີດ Explorer
Win + F          : ຖາດຄົ້ນຫາ (ສະເພາະໄຟລ໌)
Win + H          : ຖາດແບ່ງປັນ (Share)
Win + I           : ໜ້າຕັ້ງຄ່າ
Win + K          : ຖາດສະແດງອຸປະກອນທີ່ຕໍ່ຢູ່ ເຊັ່ນ: ຈໍນອກ...
Win + L          : ລ໋ອກຄອມພິວເຕີ້
Win + M         : ພັບທຸກໂປຼແກຼມລົງ (Minimize), ໃຊ້ໃນໂໝດ Desktop
Win + P          : ສະຫຼັບໜ້າຈໍໂປຼເຈັກເຕີ້
Win + Q         : ຖາດຄົ້ນຫາ (ສະເພາະໂປຼແກຼມ)
Win + R          : Run
Win + U          : ເປີດ Ease of Access Centre (ພວກເຄື່ອງມືຕ່າງໆ)
Win + W         : ຖາດຄົ້ນຫາ (ສະເພາະການຕັ້ງຄ່າ)
Win + X          : ທາງລັດສູ່ກ່ອງເຄື່ອງມືຕ່າງໆ
Win + Z          : ເປີດຕົວເລືອກຂອງໂປຼແກຼມແບບ Modern
Win + +          : ຊູມ...
Win + -           : ຫຍໍ້...
Win + ,           : ຫຍໍ້ຫນ້າຕ່າງແອພ໌ຊິດຊ້າຍ/ຂວາ
Win + Enter   : ເປີດ Narrator
Win + PgUp   : ຂະຫຍາຍ (Maximum) ໜ້າຕ່າງ
Win + PgDn   : ພັບ (Minimum) ໜ້າຕ່າງ
Win + PrtSc   : ຈັບພາບໜ້າຈໍ (ຈະບັນທຶກໂອໂຕ້  *.png ທີ່ " C:\Users\[UserName]\Pictures\Screenshots " )
Win + Tab      : ສະຫຼັບໂປຼແກຼມ

#...

ຄິດຫຍັງອອກ ຊອກຫັຍງເຫັນແລ້ວຈະນຳມາປັບປຸງໃຫ້ເລື້ອຍໆ ເດີ້...

ວິທີການສ້າງ USB ທີ່ສາມາດລ໋ອກ/ປົດລ໋ອກ ຄອມພິວເຕີ້ (ວິນໂດ້) ໄດ້ - How to create USB key to lock/unlock windows



Microsoft Windows ມີຕົວເລືອກໃຫ້ເຮົາເອີ້ນໃຊ້ໄດ້ຢູ່ແລ້ວ ດຽວເຮົາໄປລອງເຮັດໄປພ້ອມໆ ກັນເທື່ອລະຂັ້ນຕອນເລີຍ (ບໍ່ມີພາບປະກອບ ເນີິ...)

ກ່ອນອື່ນໝົດໃຫ້ທ່ານກຽມ USB ທີ່ຈະໃຊ້ເປັນກະແຈດັ່ງກ່າວ, ໂດຍການປ່ຽນ *drive letter* ຫຼືທີ່ຮູ້ຈັກກັນດີຄື *Disk Volume* ເຊັ່ນ: [C:\ D:\ ...] ໂດຍໃຊ້ເຄື່ອງມື * Disk Manager* ທີ່ມີຢູ່ໃນວິນໂດ້ 7 ຂຶ້ນໄປ (ອາດໃຊ້ເຄື່ອງມືອື່ນໆ ກໍ່ໄດ້ຕາມສະດວກ...)  
ຈາກນັ້ນກໍ່ພິມຄຳສັ່ງ Run [ຄິດວ່າທຸກທ່ານໜ້າຈະຮູ້ຈັກໝົດແລ້ວ ເນາະ! ] 

"syskey" // ໂດຍບໍ່ໃສ່ເຄື່ອງໝາຍວົງຢືມກົດ Yes

ກົດໃສ່ປຸ່ມ 
"Update"
ກົດໃສ່ໜ້າ 
"System Generated Password" // ທີ່ເປັນວົງກົມນ້ອຍໆ
ເລືອກ  
Store Startup Key on Floppy Disk
ກົດ  
OK
ກົດ 
 OK
ພຽງເທົ່ານີ້ຄອມພິວເຕີ້ຂອງທ່ານກໍ່ຈະບໍ່ສາມາດ ລ໋ອກອິນ ເຂົ້າໃຊ້ງານໄດ້ຫາກບໍ່ມີ USB ດັ່ງກ່າວ...

=====||===== 

ສ່ວນວິທີການຍົກເລີກກໍ່ໃຫ້ປະຕິບັດຊ້ຳຂະບວນການທີ່ກ່າວມາຂ້າງເທິງຄື:
ພິມຄຳສັ່ງ Run
"syskey" // ໂດຍບໍ່ໃສ່ເຄື່ອງໝາຍວົງຢືມກົດ Yes
ກົດໃສ່ປຸ່ມ 
"Update"
ກົດໃສ່ໜ້າ 
"System Generated Password" // ທີ່ເປັນວົງກົມນ້ອຍໆ
ເລືອກ 
 Store Startup Key Locally
ກົດ 
 OK
ກົດ 
 OK

ພຽງເທົ່ານີ້ເອງ...

ຂອບໃຈຂໍ້ມູນດີໆ ຈາກຫຼາຍໆ ແຫ່ງ (ແຕ່ຂໍອະໄພຫຼາຍໆທີ່ບໍ່ໄດ້ບັນທຶກທີ່ຢູ່ເອົາໄວ້ _/\_ )