chat msn through terminal ແຊັດ ເອັມ ຜ່ານ ເທີມີນອລ

ມື້ນີ້ ຂພຈ ໄດ້ລອງຄົ້ນໃນກູເກີລ ລະໄປເຫັນຈາກ launchpad
ຄືໂຕນີ້ http://blitiri.com.ar/p/msnlib/files/3.7/msnlib-3.7.tar.gz
ຫລັງຈາກແຕກໄຟລ໌ແລ້ວກະຈັດການລົງເລີຍ (ເປັນໄບນາຣີໄຟລ໌)
./"ໄດເຣັກທໍລີ\install"
ຫລັງຈາກມັນຕິດຕັ້ງແລ້ວກໍ່ຕັ້ງຄ່າອີເມວເຮົາໂດຍໃຊ້ຄຳສັ່ງ
msnsetup
ໃສ່ email address
ໃສ່ password
ສັ່ງຣັນໂປລແກລມດ້ວຍຄຳສັ່ງ msn            
ຫລັງຈາກລອກອິນແລ້ວເມື່ອຈະສົ່ງໃຫ້ພິມ
m ຊື່ໝູ່ ຂໍ້ຄວາມຫລື
help ເພື່ອເບິ່ງຄຳສັ່ງຕ່າງໆ
ຫາກບໍ່ເຂົ້າໃຈຢ່າງໃດກະເຂົ້າໄປເບິ່ງໃນໄຟລ໌ແນະນຳທີ່ມາກັບໄຟລ໌ທີ່ໂຫລດມາໄດ້ ຊື່ INSTALL.txt

ແລະອີກໂຕຫນຶ່ງ
http://linuxvision.wordpress.com ... ting-from-terminal/

ຕິດຕັ້ງ
sudo apt-get install finch
ສັ່ງຣັນໂປລແກລມດ້ວຍຄຳສັ່ງ
finch
ຕັ້ງຄ່າໂປລແກລມ ໃຊ້ປຸ່ມ Tab ເພື່ອຍ້າຍໄປສູ່ຫ້ອງໃຫມ່

ສ່ວນວ່າໃຜມີວິທີແຊັດທີ່ບໍ່ໄດ້ລົງໂປລແກລມເສີມນັ້ນກະບອກແດ່ເດີ້ທ່ານ ເພາະມັກຫລິ້ນໃນເທີມີນອລ (ເຖິງຈະບໍ່ຮູ້ຄຳສັ່ງຫັຍງ )
credit: launchpad

ບັນດາວິທີ ທີ່ນຳເອົາ ເນື້ອທີ່ຮາດໄດຣ໌ ໃນອູບຸນຕູ ກັບຄືນມາ


  1. ລຶບແພກເກດທີ່ເຄີຍຕິດຕັ້ງມາໂດຍໄປທີ່
    system > administrator > syn > settings > preferences > file
    ໝາຍຖືກໃສ່
    Delete downloaded packages after installation ແລ້ວກົດ apply ແລະ ok
  2. ລຶບ kernel ເກົ່າອອກດ້ວຍ Ubuntu Tweak ໂດຍໄປທີ່:Package Cleaner’ ຢູ່ໃນ ‘Applications’ ທີ່ສະແດງໃນແຖບຊ້າຍມື
    ກົດ cleaning view ຈາກນັ້ນກົດ Clean Kernels ແລະເລືອກເອົາເຄີເນວທັງໝົດທີ່ຕ້ອງການລົບ (ຢ່າຫ່ວງວ່າຈະຫລົງລຶບເຄີເນວປັດຈຸບັນ ເພາະມັນຈະບໍ່ສະແດງໃນລາຍການ)
  3. ລຶບໂປຼແກຼມທີ່ບໍ່ໃຊ້ຖິ້ມຊະ
  4. ລຶບຂີ້ເຫຍື້ອໃຊຄອມເຮົາໂດຍໃຊ້ Bleachbit (ccleaner for ubuntu)
  5. ອັບເດດເລື້ອຍໆ (ງົງ ໆ ... ຫະຫະ) ເພິ່ນບອກວ່າ, ອັບເດດເລື້ອຍໆ ດີກ່ວາປ່ອຍໃຫ້ມີພື້ນທີ່ວ່າງ ລ້າໆ


    ຂອບໃຈ ::: ubuntuclub & omgubuntu.co.uk

ນິຍາມ ການຈັດສັນ ອ່າງໂຕ່ງ definition of watershed management

ການຈັດສັນອ່າງໂຕ່ງ ໝາຍເຖິງການຈັດການເພື່ອໃຫ້ໄດ້ເນື້ອທີ່ຮອງຮັບນ້ຳທີ່ໄດ້ຈາກນ້ຳຝົນທີ່ຕົກລົງມາວ່າມີປປະລິມານນ້ຳເທົ່າໃດ, ພຽງພໍກັບຄວາມຕ້ອງການຫລືບໍ່, ມີຄຸນະພາບດີຫລືບໍ່, ການໄຫລຂອງແມ່ນ້ຳມີຜົນແກ່ການກັດເຊາະຂອງຕາຝັ່ງແມ່ນ້ຳ ຫລືບໍ່, ສະພາບຂອງດິນຢູ່ໃນເຂດເນື້ອທີ່ນັ້ນເປັນແນວໃດ ແລະໃນເນື້ອທີ່ນັ້ນມີຊັບພະຍາກອນອື່ນໆ ຢູ່ຫລືບໍ່ເປັນຕົ້ນແມ່ນ: ສະພາບຂອງໜ້າດິນ, ຕົ້ນໄມ້, ທົ່ງຫຍ້າ, ເຂດເນື້ອທີ່ປູກຝັງ, ບໍ່ແຮ່ ແລະອື່ນໆ ທີ່ມີຢູ່ໃນແຫລ່ງນ້ຳນັ້ນ.

ຂໍຂອບໃຈຜູ້ໃຫ້ຄຳນິຍາມ: ອຈ ວິປະກອນ ປ້ອງປັດຊາ, ອາຈານ ປະຈຳຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ.