#Start Menu Folder
ເປັນ Folder ທີ່ບັນຈຸໄຟລ໌ shortcut.lnk ຕ່າງໆ ນັ້ນໝາຍຄວາມວ່າເຮົາສາມາດສະແດງ ໄຟລ໌ shortcut.lnk ທີ່ຕ້ອງການໃນໜ້າຫຼັກ (ໃນນີ້ກໍ່ຄື Start Menu ຂອງວິນໂດຄູ່ໃນຂອງເຮົານັ້ນເອງ) ໄດ້. ໂດຍນຳໄຟລ໌ shortcut.lnk ທີ່ຕ້ອງການໃຫ້ປາກົດເທິງໜ້າຫຼັກໄປວາງໄວ້ໃນນີ້:
C:\ProgramData\Microsoft\Windows\Start Menu\Programs
#Start Button
ຫາຍໄປໃສ?
ມັນບໍ່ໄດ້ຫາຍດອກ, ບໍ່ເຊື່ອເອົາເມົ້າໄປກົດທີ່ແຈລຸ່ມຊ້າຍເບິ່ງ...ນັ້ນແຫຼະ...
#Running
App
ຢາກຮູ້ວ່າມີແອພ໌ແບບ Modern ໃດແດ່ທີ່ເຮັດວຽກຢູ່່ໃນຂະນະນັັ້ນ,
ເອົາເມົ້າໄປຈຶ້ງໃສ່ແຈຂວາ-ເທິງແລ້ວເລື່ອນລົງ (ຫາກກົດເມົ້າຈະເປັນການສະຫຼັບແອບທີ່ໃຊ້ລ່າສຸດ)
ຈະສະແດງແອພ໌ທີ່ເປີດຢູ່ ແລະ ສາມາດເລືອກສະຫຼັບໂປຼແກຼມໄດ້ເລີຍ.
#Quick
access menu
ທາງລັດສູ່ສະຫວັນຂອງ User ຢ່າງໄທເຮົາເຈົ້າຂ້ອຍ, ໂດຍການກົດເມົ້າຂວາທີ່ມຸມແຈດ້ານຊ້າຍ-ລຸ່ມ ຫຼື ງ່າຍໆ ດ້ວຍການກົດ Win + X ແລ້ວມັນກໍ່ຈະສະແດງທາງລັດສູ່ຫົວຂໍ້ຕ່າງໆ ບໍ່ວ່າຈະເປັນ Device Manager, Control Panel, Explorer,
the Search dialog ແລະອື່ນໆ.
#App bar
ເປີດຕົວເລືອກຂອງໂປຼແກຼມແບບ Modern, ໂດຍການກົດ Win + Z ຫຼື ກົດເມົ້າຂວາກໍ່ໄດ້ເຊັ່ນດຽວກັນ.
#Closing App
ການປິດໂປຼແກຼມແບບ Modern ມີຫຼາຍໆ ຄົນອາດຈະງົງໆ ກັບກັບມັນຢູ່ບໍ່ໜ້ອຍ, ສ່ວນວິທີກໍ່ງ່າຍໆ ພຽງແຕ່ໃຊ້ເມົ້າດຶງຂອບເທິງສຸດຂອງໜ້າຕ່າງ ລົງດ້າຍລຸ່ມແລ້ວປ່ອຍ ຫຼື ເອົາແບບທີ່ເຮົາໃຊ້ກັນເລື້ອຍໆ ກໍ່ຄືການກົດ Alt + F4 ກໍ່ສາມາດປິດການເຮັດວຽກຂອງມັນໄດ້ເຊັ່ນກັນ.
#Internet Explorer
ໃນ Internet Explorer ຫາກເປີດຫຼາຍໆ ໜ້າແລ້ວ, ຫາກທ່ານຫາມັນບໍ່ເຫັນ ສາມາດກົດເມົ້າຂວາ ແລ້ວທ່ານຈະເຫັນມັນລຽນກັນ ສ່າຍລ່າຍ ຢູ່ດ້ານເທິງ, ກໍ່່ກົດເລືອກໜ້າທີ່ຕ້ອງການໄດ້ຕາມບາຍ...
# Setting bar
ໜ້າຕັ້ງຄ່າ, ຈຶ້ງເມົ້າໄວ້ດ້ານຂວາ-ເທິງ/ລຸ່ມ (ໄດ້ໝົດແຫລະ!) ຂອງໜ້າຈໍ ແປ໋ບໜຶ່ງມັນກໍ່ຈະສະໄລ້ອອກມາໃຫ້ທ່ານເລືອກໃຊ້ໄດ້ຕາມສະດວກ ແລະ ແນ່ນອນວ່າມີປຸ່ມລັດຄື: Win + I.
#Log in automatically
ລ໋ອກອິນ ໂອໂຕ້, ຫາກທ່ານເປັນຄົນໜຶ່ງທີ່ບໍ່ມີຫັຍງທີ່ຈະປິດບັງ ແລະ ຄ້ານມານັ່ງກົດເພື່ຶອເຂົ້າໜ້າວິນໂດ, ກໍ່ສາມາດຕັ້ງຄ່າໃຫ້ຄອມ ລ໋ອກອິນເຂົ້າແບບໂອໂຕ້ໄດ້ດ້ວຍການ
Run >
netplwiz > ກົດ
Enter
ເອົາເຄື່ອງໝາຍຢູ່ໜ້າ "Users must enter a user name and
password to use this computer" ອອກແລ້ວກໍ່ກົດ OK.
#ປຸ່ມລັດຫັນສາ Windows 8
Win : ສະຫຼັບໄປມາ (ຈົນລາຍຕາ) ລະຫວ່າງໜ້າຫຼັກ ແລະ ໂປຼແກຼມທີ່ເປີດລ້າສຸດ, ຫາກບໍ່ມີກໍ່ຈະເຂົ້າມາໃນໂໝດ DesktopWin + C : ສະແດງໜ້າ CHARMS (ຢາກຮູ້ວ່າແມ່ນຫັຍງລອງກົດເບິ່ງເນີ້...ທີ່ ປະແລ໋ບ ໆ ອອກມານັ້ນແຫລະ...)Win + D : ພັບທຸກໂປຼແກຼມລົງ (Minimize), ໃຊ້ໃນໂໝດ DesktopWin + E : ເປີດ ExplorerWin + F : ຖາດຄົ້ນຫາ (ສະເພາະໄຟລ໌)Win + H : ຖາດແບ່ງປັນ (Share)Win + I : ໜ້າຕັ້ງຄ່າWin + K : ຖາດສະແດງອຸປະກອນທີ່ຕໍ່ຢູ່ ເຊັ່ນ: ຈໍນອກ...Win + L : ລ໋ອກຄອມພິວເຕີ້Win + M : ພັບທຸກໂປຼແກຼມລົງ (Minimize), ໃຊ້ໃນໂໝດ DesktopWin + P : ສະຫຼັບໜ້າຈໍໂປຼເຈັກເຕີ້Win + Q : ຖາດຄົ້ນຫາ (ສະເພາະໂປຼແກຼມ)Win + R : RunWin + U : ເປີດ Ease of Access Centre (ພວກເຄື່ອງມືຕ່າງໆ)Win + W : ຖາດຄົ້ນຫາ (ສະເພາະການຕັ້ງຄ່າ)Win + X : ທາງລັດສູ່ກ່ອງເຄື່ອງມືຕ່າງໆWin + Z : ເປີດຕົວເລືອກຂອງໂປຼແກຼມແບບ ModernWin + + : ຊູມ...Win + - : ຫຍໍ້...Win + , : ຫຍໍ້ຫນ້າຕ່າງແອພ໌ຊິດຊ້າຍ/ຂວາWin + Enter : ເປີດ NarratorWin + PgUp : ຂະຫຍາຍ (Maximum) ໜ້າຕ່າງWin + PgDn : ພັບ (Minimum) ໜ້າຕ່າງWin + PrtSc : ຈັບພາບໜ້າຈໍ (ຈະບັນທຶກໂອໂຕ້ *.png ທີ່ " C:\Users\[UserName]\Pictures\Screenshots " )Win + Tab : ສະຫຼັບໂປຼແກຼມ
#...
ຄິດຫຍັງອອກ
ຊອກຫັຍງເຫັນແລ້ວຈະນຳມາປັບປຸງໃຫ້ເລື້ອຍໆ ເດີ້...