ວິທີການສ້າງ USB ທີ່ສາມາດລ໋ອກ/ປົດລ໋ອກ ຄອມພິວເຕີ້ (ວິນໂດ້) ໄດ້ - How to create USB key to lock/unlock windows



Microsoft Windows ມີຕົວເລືອກໃຫ້ເຮົາເອີ້ນໃຊ້ໄດ້ຢູ່ແລ້ວ ດຽວເຮົາໄປລອງເຮັດໄປພ້ອມໆ ກັນເທື່ອລະຂັ້ນຕອນເລີຍ (ບໍ່ມີພາບປະກອບ ເນີິ...)

ກ່ອນອື່ນໝົດໃຫ້ທ່ານກຽມ USB ທີ່ຈະໃຊ້ເປັນກະແຈດັ່ງກ່າວ, ໂດຍການປ່ຽນ *drive letter* ຫຼືທີ່ຮູ້ຈັກກັນດີຄື *Disk Volume* ເຊັ່ນ: [C:\ D:\ ...] ໂດຍໃຊ້ເຄື່ອງມື * Disk Manager* ທີ່ມີຢູ່ໃນວິນໂດ້ 7 ຂຶ້ນໄປ (ອາດໃຊ້ເຄື່ອງມືອື່ນໆ ກໍ່ໄດ້ຕາມສະດວກ...)  
ຈາກນັ້ນກໍ່ພິມຄຳສັ່ງ Run [ຄິດວ່າທຸກທ່ານໜ້າຈະຮູ້ຈັກໝົດແລ້ວ ເນາະ! ] 

"syskey" // ໂດຍບໍ່ໃສ່ເຄື່ອງໝາຍວົງຢືມກົດ Yes

ກົດໃສ່ປຸ່ມ 
"Update"
ກົດໃສ່ໜ້າ 
"System Generated Password" // ທີ່ເປັນວົງກົມນ້ອຍໆ
ເລືອກ  
Store Startup Key on Floppy Disk
ກົດ  
OK
ກົດ 
 OK
ພຽງເທົ່ານີ້ຄອມພິວເຕີ້ຂອງທ່ານກໍ່ຈະບໍ່ສາມາດ ລ໋ອກອິນ ເຂົ້າໃຊ້ງານໄດ້ຫາກບໍ່ມີ USB ດັ່ງກ່າວ...

=====||===== 

ສ່ວນວິທີການຍົກເລີກກໍ່ໃຫ້ປະຕິບັດຊ້ຳຂະບວນການທີ່ກ່າວມາຂ້າງເທິງຄື:
ພິມຄຳສັ່ງ Run
"syskey" // ໂດຍບໍ່ໃສ່ເຄື່ອງໝາຍວົງຢືມກົດ Yes
ກົດໃສ່ປຸ່ມ 
"Update"
ກົດໃສ່ໜ້າ 
"System Generated Password" // ທີ່ເປັນວົງກົມນ້ອຍໆ
ເລືອກ 
 Store Startup Key Locally
ກົດ 
 OK
ກົດ 
 OK

ພຽງເທົ່ານີ້ເອງ...

ຂອບໃຈຂໍ້ມູນດີໆ ຈາກຫຼາຍໆ ແຫ່ງ (ແຕ່ຂໍອະໄພຫຼາຍໆທີ່ບໍ່ໄດ້ບັນທຶກທີ່ຢູ່ເອົາໄວ້ _/\_ )

No comments:

Post a Comment