top command on linux


ສຳລັບຜູ້ທີ່ໃຊ້ລີນຸກແລ້ວ ການກວດເບິ່ງວ່າມັນນຳໃຊ້ຊັບພະຍາກອນຫລາຍປານໃດນັ້ນມີວິທີງ່າຍໆ ແລະສາມາດກວດສອບແບບສະຖານະປັດຈຸບັນດ້ວຍຄຳສັ່ງ top ເຊິ່ງຈະໄດ້ການສະແດງຜົນຄ້າຍໆແບບນີ້
top - 22:09:08 up 14 min, 1 user, load average: 0.21, 0.23, 0.30
Tasks: 81 total, 1 running, 80 sleeping, 0 stopped, 0 zombie
Cpu(s): 9.5%us, 31.2%sy, 0.0%ni, 27.0%id, 7.6%wa, 1.0%hi, 23.7%si, 0.0%st
Mem: 255592k total, 167568k used, 88024k free, 25068k buffers
Swap: 524280k total, 0k used, 524280k free, 85724k cached

PID USER PR NI VIRT RES SHR S %CPU %MEM TIME+ COMMAND
3166 apache 15 0 29444 6112 1524 S 6.6 2.4 0:00.79 httpd
3161 apache 15 0 29444 6112 1524 S 5.9 2.4 0:00.79 httpd
ແນ່ນອນວ່າທຸກໆລະຫັດມັນມີຄວາມໝາຍໃນຕົວຂອງມັນເຊິ່ງສາມາດສະຫລຸບໄດ້ຫຍໍ້ໆດັ່ງລຸ່ມນີ້
ແຖວທຳອິດ
top - 22:09:08 up 14 min, 1 user, load average: 0.21, 0.23, 0.30

“22:09:08″
ສະແດງເວລາປັດຈຸບັນ; “up 14 min” ສະແດງໄລຍະເວລາທີ່ລະບົບໄດ້ເຮັດວຽກມາ; “1 user” ບອກເຖິງຈຳນວນຜູ້ໃຊ້ທີ່ລົງຊື່ເຂົ້າໃຊ້ງານຢູ່; “load average: 0.21, 0.23, 0.30″ ຄ່າສະເລ່ຍໃນການນຳໃຊ້ຊັບພະຍາກອນ (ໃນ 1 ນາທີ, ໃນ 5 ນາທີ, ໃນ 15 ນາທີ).
ແຖວທີ່ສອງ
Tasks: 82 total, 1 running, 81 sleeping, 0 stopped, 0 zombie
ສະແດງເຖິງຈຳນວນprocesses ລວມເຖິງສະຖານະໃນຂະນະນັ້ນອີກດ້ວຍ.
ແຖວທີ່ສາມ
Cpu(s): 9.5%us, 31.2%sy, 0.0%ni, 27.0%id, 7.6%wa, 1.0%hi, 23.7%si, 0.0%st
ສະແດງລາຍລະອຽດຂອງການນຳໃຊ້ ຊີພີຢູ “9.5%us” ໝາຍເຖິງຜູ້ໃຊ້ນຳໃຊ້ຊີພີຢູ 9.5%; “31.2%sy” ເປັນເປີເຊັນການນຳໃຊ້ຂອງລະບົບ 31.2%; “27.0%id” ເປີເຊັນທີ່ສາມາດໃຊ້ໄດ້; “7.6%wa” ເວລາທີ່ຊີພີຢູ່ທີ່ຕ້ອງລໍຖ້າຈາກ Input Output.ການກວດເບິ່ງຊີພີຢູ່ຄວນເບິ່ງທີ່ຄວາມສາມາດທີ່ຍິງເຫລືອຂອງມັນກ່ອນກວດເບິ່ງສ່ວນອື່ນໆ
ແຖວທີ່ສີ່
Mem: 255592k total, 167568k used, 88024k free, 25068k buffers
Swap: 524280k total, 0k used, 524280k free, 85724k cached
ສະແດງສະຖານະໂດຍລະອຽດຂອງແຣມທັງຫມົດ, ໃຊ້ໄປເທົ່າໃດ, ເຫລືອເທົ່າໃດ ແລະເປັນບັຟເຟີ້ ແລະແຄສເທົ່າໃດ
ຫາກຕ້ອງການຮູ້ວ່າຍິງເຫລືອແຣມທີ່ສາມາດໃຊ້ໄດ້ເທົ່າໃດ ?ໂດຍການ: free + (buffers + cached)ແລ້ວຫາກຕ້ອງການຮຼ້ຈຳນວນທີ່ໂປຣແກຣມຕ່າງໆໃຊ້ແຣມໄປເທົ່າໃດ ?ໂດຍການ: used - (buffers + cached)

PID USER PR NI VIRT RES SHR S %CPU %MEM TIME+ COMMAND
3166 apache 15 0 29444 6112 1524 S 6.6 2.4 0:00.79 httpd

PID - ID
ຂອງ process
USER -
ໃຜທີ່ໃຊ້ process ນັ້ນຢູ່
PR -
ບູລິມະສິດຂອງ process ນັ້ນໆ
NI –
ຄວາມສຳຄັນຂອງ process ນັ້ນໆ (ແຫ່ງສູງແຫ່ງມີບູລິມະສິດຕ່ຳ)
VIRT –
ປະລິມານທັງຫມົດທີ່ໂປຼແກຼມນັ້ນໃຊ້ ຄວາມຈຳຈຳລອງ (virtual memory)
RES -
ຂະຫນາດຂອງຄວາມຈຳທີ່ໃຊ້
SHR –
ປະລິມານທີ່ໃຊ້ shared memory
S -
ສະຖານະຂອງໂປຼແກຼມ. ຖ້າເປັນ S (sleeping), D (uninterruptible sleep), R (running), Z (zombies), or T (stopped or traced)
%CPU -
ເປີເຊັນທີ່ນຳໃຊ້ CPU
%MEM –
ເປີເຊັນທີ່ນຳໃຊ້ ແຣມ
TIME+ -
ເວລາທັງຫມົດທີ່ໃຊ້ CPU
COMMAND –
ຄຳສັ່ງຂອງໂປຼເຊສ ນັ້ນໆ
ເປັນຈັ່ງໃດຄິດວ່າຄົງເຂົ້າໃຈຄຳສັ່ງດັ່ງກ່າວບໍ່ຫລາວກໍ່ຫນ້ອຍເນາະ
ທັງນີ້ກໍ່ຕ້ອງຂອບໃຈມາທາງທີ່ເອື້ອເຟື້ອຍຂໍ້ມູນດີໆໃຫ້

No comments:

Post a Comment