GIMPBox on ubuntu


ມີຫຼາຍໆ ທ່ານທີ່ໃຊ້ Gimp ເຊິ່ງເປັນໂປຼແກຼມຕົກແຕ່ງພາບທີ່ຮູ້ຈັກກັນແພ່ຫຼາຍໃນຝັ່ງຂອງລີນຸກ, ເວົ້າໄດ້ວ່າເປັນ ໂຟໂຕ້ຊອບ ຂອງລີນຸກເລີຍກໍ່ວ່າໄດ້. ແຕ່ທີ່ຫຼາຍຄົນຍັງບໍ່ມັກກໍ່ຄື ໜ້າຕ່າງຂອງໂປຼແກຼມທີ່ແຍກອອກຈາກກັນເປັນອິດສະຫຼະ (ໜ້າສະແດງພາບ, ໜ້າກ່ອງເຄື່ອງມື ແລະໜ້າສະແດງພາເນວ ຕ່າງໆ) ແລະມັນເຮັດໃຫ້ຍາກແກ່ການໃຊ້ງານເວລາມີຫັຍງມາບັງເອົາໄວ້ (ໂຕເອງນີ້ລະ). ເຊິ່ງກໍ່ຕ້ອງຂອບໃຈໂຄງການດີໆ ທີ່ເຮັດໃຫ້ທັງ 3 ສ່ວນລວມຕົວກັນເປັນໜ້າຕ່າງດຽວ ທີ່ມີຊື່ວ່າ ‘Gimpbox’ .
ເຊິ່ງມັນເຮັດວຽກກັບເວີຊັນ 2.6.10 ແລະລຸ້ນກ່ອນໆ, ເຊິ່ງພຽງແຕ່ທ່ານດາວໂຫຼດ ສະຄຣິບ ໂດຍໃຊ້ຄຳສັ່ງ
sudo wget http://gimpbox.googlecode.com/hg/gimpbox.py -O /usr/local/bin/gimpbox
ມັນກໍ່ຈະດາວໂຫລດໄຟລ໌ໄປເກັບໄວ້ໃນ /usr/local/bin/ ແລະອີກເທື່ອໜຶ່ງ ຫຼັງຈາກດາວໂຫຼດແລ້ວໆ ກໍ່ຕ້ອງເຮັດໃຫ້ມັນ excute ໄດ້ໂດຍໃຊ້ຄຳສັ່ງ
sudo chmod +x /usr/local/bin/gimpbox
ຫຼັງຈາກນັ້ນທ່ານສາມາດເປີດໂປຼແກຼມໄດ້ໂດຍທາງຄຳສັ່ງຣັນຄື:
ກົດ ALT + F2 ແລ້ວພິມ gimpbox ກົດ ເອັນເຕີ້, ຫຼືສາມາດເຂົ້າໄປແປງ shortcut ທີ່ເຂົ້າສູ່ໂປຼແກຼມໄດໂດຍ ໄປທີ່ 
System > Preferences > Main Menu > Graphics (ໃນຊ່ອງດ້ານຊ້າຍ) > ກົດເມົ້າໃສ່ ‘GIMP Image Editor’ ແລ້ວກົດປຸ່ມ ‘Properties’ ສຸດທ້າຍ, ແທນທີ່ຄຳ ‘gimp’ ດ້ວຍ ‘gimpbox’
ປລ. ຫາກທ່ານບໍ່ສາມາດນຳໃຊ້ສະຄຣິບດັ່ງກ່າວໄດ້ ໃຫ້ທ່ານກວດເບິ່ງວ່າທ່ານລົງ  python-wnck ແລ້ວຫຼືຍັງ
ຂອບໃຈທາງ www.omgubuntu.co.uk ທີ່ໃຫ້ຂໍ້ມູນດີໆ

No comments:

Post a Comment