Gmail animations notification


ຊ່ວງນີ້ຍັງເປັນຊ່ວງພັກຮຽນຢູ່ ກະເລີຍບໍ່ມີຫຍັງໃຫ້ເຮັດຫລາຍ

ເຫັນຫລາຍຄົນມັກໃຊ້ Gmail ກະເລີຍເອົາໂຕເຕືອນເມວທີ່ເປັນ animation ກວນໆມາໃຫ້ໃຊ້ກັນ

ສິ່ງທີ່ຕ້ອງກະກຽມກ່ອນ:
1.      ກຽມຈິດກຽມໃຈໃຫ້ພ້ອມ (ເພາະເມື່ອມີ ເມວ ເຂົ້າມັນຈະຮົກຕາ)
2.      ໃນບົດຄວາມນີ້ ຂພຈ ໃຊ້ ອູບຸນຕູ 10.04
3.      adobe air [ຫາໂຫລດໄດ້ຈາກ software centre]
4.      ຕົວຕິດຕັ້ງ ຂອງ [b2] Gmail Notifier ໂຫລດໄດ້ຈາກ http://home.b2labs.com/node/31
5.      ຖ້າຍັງບໍ່ຈຸໃຈ ເອນິເມຊັນ ທີ່ຕິດມານຳໂປຼແກຼມ (ທີ່ມີພຽງ 4 ຕົວເລືອກ) ສາມາດດາວໂຫລດມາລົງຕື່ມໄດ້ ຕາມໃຈປາຖະໜາ ຈາກ http://home.b2labs.com/animations

ເຂົ້າຫາໂປຼແກຼມໄດ້ທີ່ applications > accessorriesຫລືທ່ານສາມາດປັບໃຫ້ມັນ auto start ໄດ້ເຊັ່ນກັນ
ທ່ານສາມາດປັບຕັ້ງຄ່າຕ່າງໆ ໄດ້ຈາກ  ຄຼິກຂວາ notification panel > options ເຊັ່ນ: ເວລາທີ່ຕ້ອງການໃຫ້ໂປຼແກຼມກວດເມວໃຫມ່, ເວລາທີ່ຈະໃຫ້ເອນິເມຊັນສະແດງດົນປານໃດ ແລະອື່ນໆ
ສຳລັບວິທີການຕິດຕັ້ງ ເອນິເມຊັຮເພິ່ມນັ້ນ ໃຫ້ທ່ານ ຄຼິກຂວາ notification panel > options > animation > install animation... ແລ້ວເລືອກເອນິເມຊັນທີ່ທ່ານໂຫລດມາ.
ນອນຈາກນັ້ນ ທ່ານຍັງສາມາດປ່ຽນສຽງ ຕາມທີ່ທ່ານຕ້ອງການໄດ້ ໂດຍໝາຍ ***ຖືກ*** ໃສ່ໜ້າ use custom sound ແລ້ວເລືອກສຽງທີ່ຕ້ອງການ
ເບິ່ງວີດີໂອ ຕົວຢ່າງໄດ້ທີ່ http://www.youtube.com/watch?v=4bObrMDuqzc&feature=player_embedded
ປລ. ທ່ານສາມາດໃຊ້ໃນ Ms windows ໄດ້ ແລະແນ່ນອນໃຊ້ຄູ່ກັບ adobeair ອີກເຊັ່ນເຄີຍ
ຂອບໃຈ ::: omgubuntu.co.uk

No comments:

Post a Comment